ພິທີປິດການແຂ່ງຂັນກິລາຊິງຂັນຄະນະບໍລິຫານງານພັກກະຊວງຍຸຕິທຳ

      ໃນຕອນບ່າຍຂອງວັນທີ 16 ມີນາ 2018 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕີວົງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງເລຂາ, ຄະນະພັກກະຊວງ, ສະມາຊິກພັກພະນັກງານ ແລະ ນັກກິລາ ຂອງກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.
     ໃນພິທີ ສະຫາຍ ແສງເພັດ ລ່ຽມພະຈັນ ຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງ ໄດ້ລາຍງານຈັດການແຂ່ງຂັນກິລາ ໃຫ້ຊາບວ່າ ການແຂ່ງຂັນແມ່ນເລີ່ມແຕ່ວັນທີ 22 ກຸມພາ 2018 ແລະ ໄດ້ສິ້ນສຸດລົງໃນ ວັນທີ 16 ມີນາ 2018 ຊຶ່ງປະກອບມີ 2 ປະເພດກິລາ ຄື ບານເຕະ ຊາຍ ແລະ ບານເຕະຍິງ. ປະເພດບານເຕະທິມຊາຍໃຊ້ເວລາ 10 ວັນ, ລວມທັງໝົດ 12 ທີມ ຊຶ່ງມາຈາກ 12 ໜ່ວຍພັກ ທີ່ຂຶ້ນກັບກະຊວງ ໂດຍການຈົກສະຫຼາກປະກົບຄູ່ ແລະ ແຂ່ງຂັນໃນລະບົບທີມໃດເສຍ ແມ່ນຕົກຮອບ, ທີມທີ່ໄດ້ອັນດັບ 1,2 ແລະ 3ຈະໄດ້ຂັນລາງວັນ ພ້ອມດ້ວຍເງິນລາງວັນ. ສ່ວນບານເຕະຍິງ ແບ່ງອອກເປັນ 2 ທີມ ຄື ທີມບັນດາກົມອ້ອມຂ້າງກະຊວງ ພົບກັບ ທີມສະຖາບັນຍຸຕິທຳແຫ່ງຊາດ ໂດຍຈັດການແຂ່ງຂັນພາຍໃນຮອບດຽວ ຄືວັນທີ 16 ມີນາ 2018 ໃນວັນປິດພິທີ ແລະ ສາມາດຕີລາຄາໄດ້ ດັ່ງນີ້:
1. ດ້ານດີ:
- ໄດ້ຮັບການເອົາໃຈໃສ່ຈາກຄະນະພັກ-ຄະນະນຳ ຂອງກະຊວງ ຢ່າງໃກ້ສິດ ຈຶ່ງເຮັດໃຫ້ການແຂ່ງຂັນກິລາດຳເນີນໄປດ້ວຍຜົນສຳເລັດ;
- ຄະນະຮັບຜິດຊອບ ແລະ ກຳມະການຕັດສີນ ແຕ່ລະທ່ານໄດ້ເອົາໃຈໃສ່ກະກຽມຈັດການແຂ່ງຂັນ ແລະ ເຂົາຮ່ວມໃນຂະບວນການແຕ່ຕົ້ນຈົນຈົບ;
- ມີການປຶກສາຫາລື, ປະສານງານ ແລະ ຮ່ວມກັນ ໃນການກຳນົດ ແລະ ປະຕິບັດຕາມແຜນການ;
- ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ເຂົ້າຮ່ວມການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ພ້ອມທັງໃຫ້ການສະໜັບສະໜູນໃນການແຂ່ງຂັນກິລາໃນຄັ້ງນີ້.
2. ດ້ານອ່ອນ, ຂໍ້ຄົງຄ້າງ:
- ການແຂ່ງຂັນກິລາ ແມ່ນຈັດຂຶ້ນໃນໄລຍະທີ່ພະນັກງານ-ລັດຖະກອນ ຈຳນວນໜຶ່ງລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ຢູ່ບັນດາແຂວງ ເຮັດໃຫ້ບາງກົມຂາດນັກກິລາ.
+ ສຳລັບຜົນຂອງການແຂ່ງຂັນສະຫຼຸບໄດ້ ດັ່ງນີ້:
1) ປະເພດທີມຊາຍ:
- ທີມຊະນະເລີດ: ແມ່ນກົມໂຄສະນາເຜີຍແຜ່ກົດໝາຍ ເອົາຊະນະທີມກົມກົດໝາຍ 3 ປະຕູຕໍ່ 0
- ຮອງຊະນະເລີຍ: ແມ່ນກົມກົດໝາຍ
- ທີມອັນດັບ 3: ແມ່ນກົມຄຸ້ມຄອງປະຕິບັດຄຳຕັດສີນຂອງສານ
2) ສຳລັບປະເພດເຕະບານຍິງ ແມ່ນສະເໝີກັນ 1 ປະຕູຕໍ່ 1. ຕອນທ້າຍພິທີ ສະຫາຍເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ໄດ້ໃຫ້ກຽດມອບຂັນ ແລະ ເງິນລາງວັນໃຫ້ທີມບານເຕະ ແຕ່ລະທີມ.

ຂ່າວ-ພາບ: ບຸນຖອມ ພະສະແຫວງ