ພິທີປະຖະກາຖາວັນມະຫາປະຕິວັດເດືອນຕຸລາ ລັດເຊຍ ຄົບຮອບ 100 ປີ

     ກະຊວງ​ຍຸຕິ​ທຳ ຈັດ​ພິທີ​ປະຖະກາຖາ​ວັນ​ມະຫາ​ປະຕິວັດ​ເດືອນ​ຕຸລາ ລັດ​ເຊຍ ຄົບຮອບ 100 ປີ (7 ພະຈິກ 1917-7 ພະຈິກ 2017) ຂຶ້ນໃນວັນທີ 30 ພະຈິກ 2017, ​ໂດຍ​ໃຫ້​ກຽດ​ປະຖະກາຖາ​ໃນວັນສຳຄັນດັ່ງກ່າວນີ້ ໂດຍ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ; ມີ​ບັນດາພະນັກງານ​ຫຼັກ​ແຫຼ່ງອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມຮັບຟັງ​ຢ່າງ​ພ້ອມພຽງ.

     ໃນພິທີ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໄດ້ປາຖະກາຖາໃຫ້ຮູ້ວ່າ: ກ່ອນ​ໜ້າ​ນີ້ 100 ປີ ຄື ວັນ​ທີ 7 ພະຈິກ 1917 ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ໂບນ​ເຊ​ວິກ ທີ່​ມີ​ທ່ານ ​ເລ​ນິນ ​ເປັນ​ຜູ້ນຳ​ໜ້າ​ນັ້ນ ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ລັດ​ເຊຍ ​ໄດ້​ລຸກ​ຮື້​ຂຶ້ນ​ຢຶດອຳນາດ ​ແລະ ສ້າງ​ຕັ້ງ ລັດ​ເຊຍ (ສະຫະພາບ​ໂຊ​ວຽດ) ຊຶ່ງ​ເປັນ​ລັດຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ລັດ​ທຳ​ອິດ​ຂອງໂລກ. ການ​ປະຕິວັດ​ເດືອນ​ຕຸລາ​ ລັດ​ເຊຍ ປີ 1917 ​ເກີດ​ຂຶ້ນ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ​ແຕ່​ແມ່ນ​ກົດ​ເກນ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ສັງຄົມ​ມະນຸດ. ການ​ປະ​ຕິ​ວັດ​ເດືອນ​ຕຸລາ​ລັດ​ເຊຍ ມັນ​ໄດ້​ບົ່ມ​ເພາະ ​ແລະ ​ເຄື່ອນ​ໄຫວ​ມາ​ຕັ້ງ​ແຕ່ ປີ 1905 ຍ້ອນ​ການ​ສູ້​ຢັນ​ເຊິ່ງກັນ ​ແລະ ກັນ ​ລະຫວ່າງ​ຊົນ​ຊັ້ນ​ສັກ​ດີ​ນາ, ນາຍທຶນ ກັບ ​ກຳລັງ​ປະຕິວັດ ​ໄດ້​ແກ່ຍາວ​ຫຼາຍ​ປີ ຈົນ​ຮອດ​ວັນ​ທີ 25 ​ເດືອນ ຕຸລາ (ຕາມ​ປະຕິທິນ ລັດ​ເຊຍ) ​ເປັນ​ເວ​ລາ 7 ​ໂມງ ຂອງ​ວັນ​ທີ 7 ພະຈິກ 1917 (ຕາມ​ປະຕິທິນ​ສາກົນ) ການ​ລຸກ​ຮື້​ຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ຖັນ​ແຖວ​ກອງທັບ​ທີ່​ກ້າວໜ້າ ​ໄດ້​ແຜ່​ລາມ​ໄປ​ທົ່ວ​ປະ​ເທດ. ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 7 ພະຈິກ 1917 ກໍ່າ​ປັ່ນ​ຮົບ “ອາວາ​ໂຣຣາ” (ຮຸ່ງ​ອາ​ລຸນ) ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ພະລາດ​ຊະ​ວັງ​ລະດູ​ໜາວ ທີ່ ​ເປ​ໂຕກຣາດ ຊຶ່ງ​ເປັນ​ເຮືອນ​ຫຼັງ​ສຸດ​ທ້າຍຂອງ​ລັດຖະບານ​ນາຍທຶນ, ຈາກ​ນັ້ນ ປະຊາຊົນ ​ແລະ ທະຫານ ກໍ​ບຸກ​ເຂົ້າ​ມ້າງ​ປະຕູ​ເຫຼັກ ​ໂຄ່ນ​ລົ້ມ​ລັດຖະບານ​ນາຍທຶນ​ຢ່າງ​ສິ້ນ​​ເຊີງ.

     ພ້ອມ​ດຽວກັນ​ນີ້ ທ່ານ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຄວາມໝາຍຄວາມ​ສຳຄັນ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ຊຶ່ງ​ໄດ້​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ,  ມັນ​ເປັນ​ການ​ໄຂ​ສັງກາດ​ໃໝ່​ໃຫ້​ແກ່ມ​ວນມະນຸດ ​ໃນ​ການ​ຂ້າມ​ຜ່ານ​ໄປ​ສູ່​ລະບອບ​ໃໝ່, ລະບອບ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ໂລກ​ທີ່​ປົກ​ຄຸມ​ດ້ວຍ​ລະບອບ​ນາຍທຶນ ຖືກ​ແຕກ​ອອກ​ເປັນ​ປ່ຽງ ການ​ເປັນ​ລະບົບ​ສັງຄົມ​ນິຍົມ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ໂລກ​ໄດ້​ມີ​ 2 ລະບອບສັງຄົມ​ທີ່​ຕໍ່ສູ້​ກັນ, ທັງ​ແຂ່ງຂັນ ​ແລະ ຮ່ວມ​ມື​ກັນ; ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ​ສຳ​ເລັດ​ຜົນ ​ໄດ້​​ເກີດ​ມີ​ລັດ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວນາ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ, ​ແມ່ນ​ລັດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອຜົນປະໂຫຍດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ລະບອບ​ຄົນ​ກົດ​ຂີ່​ຂູດ​ຮີດ​ຄົນ​ໄດ້​ຖືກ​ລົບ​ລ້າງ​ຢ່າງ​ເປັນ​ທາງ​ການ, ປະຊາຊົນ​ທຸກ​ຊັ້ນ​ຄົນ​ ​ໄດ້​ມີ​ສິດ​ເສລີພາບ ປະຊາທິປະ​ໄຕ​ຢ່າງ​ເຕັມ​ປ່ຽມ, ປະຊາຊົນ​ໄດ້​ມີ​ສ່ວນ​ຮ່ວມ​ເປັນ​ເຈົ້າ​ການ​ ໃນ​ການສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຕົນ; ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ​ແມ່ນ​ໄຊຊະນະ​ຂອງ​ລັດທິ ມາກ-​ເລ​ນິນ ຈາກ​ທິດ​ສະ​ດີ ​ໄດ້​ກາຍ​ເປັນ​ພຶດຕິ​ກຳ​ຕົວ​ຈິງ, ພັກ​ກອມ​ມູນິດ​ໄດ້​ກາຍເປັນ​ພັກ​ກຳ​ອຳນາດ ນຳພາ​ທົ່ວ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ, ພັກ​ໄດ້​ກາຍ​ເປັນ​ແກນ​ນຳ​ລະບົບ​ການ​ເມືອງ ຂອງ​ລະບອບ​ສັງຄົມ​ນິຍົມ, ​ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ, ສຶກສາ​ອົບຮົມ ​ແລະ ປຸກລະດົມ​ປະຊາຊົນ​ຕໍ່ສູ້​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ.

     ນອກ​ຈາກ​ນັ້ນ, ທ່ານ​ຍັງ​ໄດ້​ໃຫ້​ຮູ້​ອີກ​ວ່າ ພາຍຫຼັງ​ປະ​ເທດ​ຊາດ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ສະຫະພາບ​ໂຊ​ວຽດ ​ໄດ້​ຕັ້ງໜ້າ​ໃຫ້ການ​ສະໜັບສະ​ໜູນ​ ຊ່ວຍ​ເຫຼືອ​ຕໍ່​ປະ​ເທດ​ເຮົາ​ຢ່າງ​ໃຫຍ່​ຫຼວງ ​ແລະ ຮອບດ້ານ ເປັນຕົ້ນແມ່ນ ດ້ານ​ການ​ເມື​ອງ, ​ດ້ານເສດຖະກິດ, ດ້ານການ​ສຶກສາ, ດ້ານສາທາລະນະ​ສຸກ, ດ້ານວັດທະນະທຳ-ສັງຄົມ, ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ດ້ານການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ກໍ່ສ້າງ​ພັກ-ພະນັກງານ. ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ມີ​ຫຼາຍ​ກິດຈະການ​ທີ່​ເປັນ​ພື້ນຖານ​ໃຫ້​ແກ່​ລາວ ​ເປັນ​ຕົ້ນ​ແມ່ນ ທາງ​ໝາຍ​ເລກ 9, ຂົວ​ປາກ​ກະດິງ, ​ໂຮງຮຽນ​ພັກ-ລັດ ຊັ້ນ​ສູງ (ທ່າ​ງອນ), ​ໂຮງໝໍ 150 ຕຽງ (ມິດຕະພາບ), ​ໂຮງ​ກາຍຍະ​ສິນ​ສູນ​ກາງ, ສະຖານີ​ດາວ​ທຽ​ມ (ສະ​ປຸດ​ນິກ) ຫຼັກ 52, ອຸປະກອນ​ພາຫະນະ​ການ​ທະຫານ ລົດ, ຍົນ, ອາວຸດ​ປະ​ເພດ​ຕ່າງໆ​ນັບ​ບໍ່​ຖ້ວນ, ​ແຕ່ລະ​ປີ ນັກ​ສຶກສາລາ​ວ ​ໄດ້​ໄປ​ຮຽນ​ຢູ່​ສະຫະພາບ​ໂຊ​ວຽດ ​ຈຳນວນຫຼາຍຮ້ອຍຄົນ ​ໃນ​ທຸກ​ລະດັບ ​ແລະ ທຸກຂະ​ແໜງ​ການ ອັນ​ເປັນ​ການ​ຊ່ວຍ​ໃຫ້​ປະ​ເທດ​ເຮົາ ສາມາດ​ຮໍາບາດ​ແຜ​ສົງຄາມ, ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ