ພິທີປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າສະຖາບັນຍຸຕິທຳ ພາກເໜືອ ແຂວງຫຼວງພະບາງ

     ທີ່ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແຂວງ ຫຼວງພະ​ບາງ ​ໄດ້​ມີ​ພິທີ​ປະກາດ​ການຈັດ​ຕັ້ງຂອງສະ​ຖາ​ບັນຍຸຕິ​ທຳ​ພາກ​ເໜືອຂືຶ້ນ ໃນ​ຕອນ​ເຊົ້າ​ຂອງ​​ວັນ​ທີ 13 ມິຖຸນາ 2017 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​​ທ່ານຫົວໜ້າກົມ​ຈັດ​ຕັ້ງ​ ແລະ ພະນັກງານ ກະຊວງ​ຍຸຕິ​ທຳ, ຫົວໜ້າ, ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳພາກ​ເໜືອ, ບັນດາຫົວໜ້າພະ​​ແນ​ກ, ຫົວໜ້າຫ້ອງການ​ອອ້ມຂ້າງ​ແຂວງ, ພ້ອມ​ທັງ​ພະນັກງານ​, ຄູ​ອາຈານຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ເຂົ້າ​ຮວ່ມ.

     ​ໃນ​ພິທີ ​ທ່ານ ບຸນທາ ຊົ່ງ​ເຢີ​ທ່າວ ຫົວໜ້າກົມ​ຈັດ​ຕັ້ງ​ ແລະ ພະນັກງານ ກະຊວງ​ຍຸຕິ​ທຳ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 261/ກຍ, ລົງ​ວັນ​ທີ 6 ມິຖຸນາ 2017 ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ ທ່າ​ນ ​ແສງ​ອາ​ລຸນ ພັນ​ນະ​ລັດ​ ຮັກສາ​ການຫົວໜ້າສະ​ຖາ​ບັນຍຸຕິ​ທຳ​ພາກ​ເໜືອ ​ເປັນ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແລະ ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ທ່ານ ​ແສງ​ເພັດ ​ແກ້ວ​ພົມມາ, ທ່ານ ​ເພັດ​ປະ​ເສີດ ວັນນະ​ພາ ​ແລະ ທ່ານ ອະນຸ​ສິດ ລາສີ ຂຶ້ນ​ເປັນ​ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແຂວງຫຼວງພະ​ບາງ  ທັງນີ້​ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​​ເໜືອ ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ເມືອງ​-ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ໂດຍ​ສະ​ເພາະ ວຽກງານ​ກໍ່ສ້າງ​ບຸກຄະ​ລາກ​ອນທີ່​ມີ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ.

     ໃນ​ຕອນ​ທ້າຍ​ພິທີ​ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໄດ້​ໃຫ້ກຽດໂອ້​ລົມຕໍ່ພະນັກງານ-ລັດຖະກອນຂອງສະຖາບັນຍຸຕິທຳ ພາກເໜືອ​ ຊຶ່ງກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​, ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​​ເໜືອ ຍາດ​ມາ​ໄດ້​ໃນ​​ລະຍະ​ຜ່ານ​ມາ ພ້ອມ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະ ຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ຖ່າຍພາບ: ​ສົມ​ຫວັງ 

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ