ພິທີຖະແຫຼງຂ່າວ ກ່ຽວກັບການດຳເນີນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢູ່ ສປປ ລາວ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໄລຍະສາມເດືອນໃຫ້ຄົນຕ່າງ ປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢູ່ ສປປ ລາວ ການ​ຂຶ້ນທະບຽນ ແລະ ອອກ​ບັດອະນຸຍາດ​ດັ່ງກ່າວ​ຈະ​ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 16 ທັນວາ 2015 ຫາ 16 ມີນາ 2016 ຈຶ່ງ​ຈະ​ສຳ​ເລັດ; ພາຍຫຼັງໝົດເວລາທີ່ກຳນົດແລ້ວ ແຕ່ຫາກຍັງມີຜູ່ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຫຼື ຍັງມີຜູ່ໃຫ້ຄວາມສະດວກ ແກ່ບຸກ ຄົນດັ່ງກ່າວໂດຍບໍ່ມີເຫດຜົນ ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ດຳເນີນຕາມມາດຕະການທາງກົດໝາຍ.

      ພິທີ​ຖະ​ແຫຼ​ງຂ່າວ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ທັນວາ 2015, ທີ່​ໂຮງ​ແຮມ​ແລນ​ມາກ ນະຄອນຫຼວງ​ວຽງ​ຈັນ; ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ, ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ​ແລະ ທ່ານ ພັນ​​ໂທ ສາຍ​ສະໝິງ ສີວິ​ໄລ ຮັກສາ​ການ​ຫົວໜ້າ​ກົມ​ຕຳຫຼວດ​ກວດ​ຄົນ​ເຂົ້າ​ເມືອງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ນາມ​ຫົວໜ້າ ​ແລະ ຮອງ​ຫົວໜ້າຄະນະວິຊາການຮ່ວມສອງກະຊວງ; ມີຜູ່ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ປະຈຳລາວ, ຜູ່ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ຈາກພາກສ່ວນຕ່າງ ແລະ ຄະນະວິຊາການຂອງສອງກະຊວງເຂົ້າຮ່ວມ.

      ໃນພິທີດັ່ງກ່າວ, ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ຈຸດປະສົງແມ່ນເພື່ອຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວ ຄາວໃຫ້ແກ່ຄົນຕ່າງປະເທດທຸກຄົນ ທີ່ທຳມາຫາກິນ, ຄ້າຂາຍ, ລົງທຶນ, ເຮັດວຽກ ຫຼື ເຄື່ອນໄຫວ ຍັງບໍ່ ທັນຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢູ່ ສປປ ລາວ ເພື່ອໃຫ້ກຸ່ມຄົນດັ່ງກ່າວໄດ້ປັບສະຖານະ ພາບຕົນເອງເປັນຜູ່ທີ່ເຄື່ອນໄຫວຖືກຕ້ອງ ຫຼື ສຳລັບຜູ່ທີ່ບໍ່ຢູ່ໃນເງື່ອນໄຂທີ່ຈະອະນຸຍາດໃຫ້ປັບສະຖານະ ເປັນຜູ່ເຄື່ອນໄຫວທີ່ຖືກຕ້ອງໄດ້ ກໍຈະໃຫ້ເວລາໃນການດຳເນີນການຊຳລະສະສາງບັນຫາຕ່າງໆທາງ ທຸລະກິດ, ການຄ້າຂາຍ ຫຼື ການມີສັນຍາເຊົ່ານຳກັນ ແລະ ອື່ນໆ ແລ້ວຢຸດຕິການເຄື່ອນໄຫວດັ່ງກ່າວຢ່າງ ເດັດຂາດ.