ພະແນກຍຸຕິທຳແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018

     ໃນຕອນ​ເຊົ້າ​ຂອງ​ວັນ​ທີ 13 ກຸມພາ 2018 ທີ່ພະແນກຍຸຕິທຳແຂວງ​ໄຊ​ສົມບູນ ​ໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິ​ທຳ ປະຈຳປີ 2017 ​ແລະ ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ການ​ໃຫ້ກຽດເປັນປະທານຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິທໍາ, ເຂົ້າ​ຮ່ວມມີ​ ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ ຮອງ​ເຈົ້າ​ແຂວງ ​ແຂວງ​ໄຊ​ສົມບູນ ມີ​ຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງ​​ແຂວງ, ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງ​ເຂົ້າ​ຮ່ວມທັງໝົດ  56 ທ່ານ ຍິງ 10 ທ່ານ.

    ໃນກອງປະຊຸມ ທ່ານ ອຸດອນ ສິງ​ດາລາ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ ໄດ້​ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ​ ປະຈຳ​ປີ 2017 ​ແລະ ທິດ​ທາງ​ແຜນການ​ຈຸດ​ສຸມ​ວຽກງານ​ຍຸຕິ​ທຳ​ປີ 2018, ​ເປັນ​ຕົ້ນ​ແມ່ນ ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານ​​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​, ວຽກງານປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​, ວຽກງານ​ສ້າງ​ບຸກຄະລາ​ກອນ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ຮາກ​ຖານ​ບ້ານ, ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ສະຫຼຸບດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ ​ແລະ ​ມີ​ຄວາມໝາຍ ທັງ​ເປັນ​ການແນ່​ໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ ​ໄດ້​ເຄື່ອນ​ໄຫວ​ຕາມ​ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້ ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ.

     ໃນ​ຕອນ​ທ້າຍ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ຊຶ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ທາງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ, ພ້ອມ​ນັ້ນ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້ຄະນະ​ພະ​ແນ​ກ, ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ ງານ​ທີ່​ພັກ-ລັດ​ມອບໝາຍ​ໃຫ້ປະສົບ​ຜົນ​ສຳ​ເລັດ ​ແລະ ​ໃນ​ໂອກາດ​ດັ່ງກ່າວ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຍັງ​ໄດ້​ມອບ​ຄອມ​ພິວ​ເຕີ 1 ຊຸດ ໃຫ້​ແກ່​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ​​ເພື່ອນຳ​ໃຊ້​ເຂົ້າ​ໃນການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານອີກ​ດ້ວຍ.

         ກອງ​ປະຊຸມ​ດັ່ງກ່າວ​ໄດ້​ປິດ​ລົງ​ໃນ​ຕອນ​ບ່າຍ​ຂອງວັນ​ດຽ​ວກັນ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ