ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ອາວີຊູ ຮອງຜູ້ຊວ່ຍລັດຖະມົນຕີກະຊວງກະຕ່າງປະເທດ ສະຫະລັດອາເມລິກາ

     ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2017 ທີ່ກະຊວງຍຸຕິທຳ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ຮອງ​ຜູ້​ຊວ່ຍລັດຖະມົນຕີ​ ຫ້ອງການ​ຕ້ານ​ຢາ​ເສບ​ຕິດ ​ແລະ ປະຕິບັດ​ກົດໝາຍສາກົນ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ ພ້ອ​ມດ້ວຍ​ຄະນະ ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກ ຢ່າງ​ເປັນ​ທາງ​ການ ຢູ່ ສ ປປ ລາວ ລະຫວ່າງ​ວັນ​ທີ່ 24-25 ພຶດສະພາ 2017 ທີ່​ຜ່ານ​ມາ.

     ພ້ອມດຽວກັນນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

     ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳ ໃຫ້ກັນ ແລະ ກັນໄດ້ຮັບຊາບ ໂດຍສະເພາະ ໄດ້ທົບ​ທວນຄືນ​ການ​ພົວພັນ​ຮວ່ມມື​​ໃນ​ລະຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ​ ແລະ​ ກັນ​ໃນ​ຕໍ່ໜ້າ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

     ທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານ ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​.

ຂຽນຂ່າວ ອອ່ນຄຳ, ຖ່າຍພາບ: ສຸກ​ສາຄອນ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ