ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ລິນ ເຝິ່ງໄຮ ປະທານສະມາຄົມນັກກົດໝາຍ ແຂວງ ຊານຕົງ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ

ໃນຕອນ​ບ່າຍຂອງວັນທີ 20 ກໍລະກົດ 2018 ທີ່ກະຊວງຍຸຕິທໍາ ທ່ານ ບຸນ​ສະຫວາດ ບຸບຜາ​ ຮອງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລິນ ​ເຝິ່ງ​ໄຮ ປະທານ​ສະມາຄົມ​ນັກກົດໝາຍ ​ແຂວງ ຊານ​ຕົງ ​ແຫ່ງ ສາທາລະ​ນະ​ລັດ ປະຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​​ແລກປ່ຽນບົດຮຽນ ກັບ ກະຊວງ​ຍຸຕິ​ທຳ​​ແຫ່ງ ສປປ ລາວ.

​        ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາຂອງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ກັບການມາ​ຢ້ຽມຢາມ ​ຂອງທ່ານ ​ລິນ ​ເຝິ່ງ​ໄຮ ພ້ອມ​ດ້ວຍ​ຄະນະ ​ໃນ​ຄັ້ງ​ນີ້.

        ຈຸດປະສົງຂອງ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ທ່ານ ​ລິນ ​ເຝິ່ງ​ໄຮ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ມາຢ້ຽມຢາມ ​ແລະ ​ແລກປ່ຽນບົດຮຽນທາງ​ດ້ານກົດໝາຍ ພ້ອມ​ທັງ​ປຶ​ກສາ​ຫາລື​ຊ່ອງ​ທາງ​ການ​ພົວພັນ​ຮ່ວມ​ມືຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ໃນ​ຕໍ່ໜ້າ ລະຫວ່າງ​ ກະຊວງ​ຍຸຕິ​ທຳຂອງ ສປປ ລາວ ​ແລະ ສະມາຄົມ​ນັກ​ກົດໝາຍ ​ແຂວງ​ ຊານ​ຕົງ ສປ ຈີນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ໄປ​ເລື້ອຍໆ.

     ​   ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ລິນ ​ເຝິ່ງ​ໄຮ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ຢ້ຽມຢາມ​ ​ແລະ ​ແລກປ່ຽນບົດຮຽນ​​ເພື່ອເສີມ​ຂະຫຍາຍ​ສາຍ​ພົວພັນຮ່ວມ​ມືໃນ​ຄັ້ງ​ນີ້.    

ຂ່າວ: ອອ່ນຄຳ ພາບ: ສົມ​ຫວັງ