ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ລົງຊີ້ນຳວຽກງານ ຢູ່ພະແນກຍຸຕິທໍາແຂວງ ວຽງຈັນ

ໃນວັນທີ 1-2 ພະຈິກ 2018 ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງພົບປະ ແລະ ຊີ້ນຳວຽກງານຢູ່ພະແນກຍຸຕິທໍາແຂວງ ວຽງຈັນ ໂດຍການຕ້ອນຮັບຂອງທ່ານ ກອງສີ ອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ພ້ອມດ້ວຍຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ຂອງພະແນກຍຸຕິທໍາແຂວງ.

ມື້ທຳອິດຂອງການພົບປະ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນ. ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ວຽງຈັນ ຜູ້ຊີ້ນຳວຽກງານຍຸຕິທໍາ ຢູ່ທີ່ສຳນັກງານປົກຄອງແຂວງ ວຽງຈັນ. ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ພົບປະ ແລະ ຊີ້ນຳວຽກງານໃຫ້ແກ່ ຄະນະພັກ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ວຽງຈັນ. ໃນກອງປະຊຸມ ທ່ານ ກອງສີ ອຸດົມ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ຂອງພະແນກຍຸຕິທຳແຂວງ ເປັນຕົ້ນ ວຽກງານຍຸຕິທຳຮາກຖານທີ່ຕິດພັນກັບວຽກງານສາມສ້າງ, ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ວຽກງານທະບຽນສານ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມທັງລາຍງານສະພາບກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ລວມທັງບັນຫາທີ່ຈະຕ້ອງໄດ້ແກ້ໄຂປັບປຸງ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ.

ພາຍຫຼັງທີ່ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງພະແນກຍຸຕິທໍາແຂວງ ວຽງຈັນແລ້ວ ທ່ານ ໄພວີ ສີບົວລິພາ ກໍໄດ້ມີຄຳເຫັນໂອ້ລົມ ຄະນະພະແນກພ້ອມດ້ວຍ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ໃຫ້ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ພາຍຫຼັງພົບປະຊີ້ນຳວຽກງານຢູ່ພະແນກຍຸຕິທຳແຂວງສຳເລັດແລ້ວ ໃນມື້ຕໍ່ມາ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປພົບປະ ແລະ ຊີ້ນຳວຽກງານໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ຫ້ອງການຍຸຕິທຳເມືອງ ວັງວຽງ ແຂວງ ວຽງຈັນຕື່ມອີກ.

ຂຽນຂ່າວໂດຍ: ສີປະໄພ ເພັດປະທຸມມາ, ຖ່າຍພາບໂດຍ: ສົມຫວັງ ບົວລະພັນ