ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດການາດາ

     ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂດນິກາ ປ໋ອດຕີ່ (Donica Pottie) ເອກອັກຄະລັດຖະທູດ ການາດາ  ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2017      ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-24 ພຶດສະພາ 2017.

     ​ໃນ​ໂອກາດ​ດັ່ງກ່າວ​ ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ​ ທ່ານ ​ໂດນິກາ ປ໋ອດຕີ່ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບ ສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກັບ​ ການາດາ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານສະພາບ​ຈຸດພິເສດ ແລະ ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນຊາ​ບ ​ໂດຍ​ສະ​ເພາະ ​ການສົນທະນາແລກປ່ຽນບົດຮຽນ ພ້ອມທັງທົບທວນຄືນການພົວພັນຮ່ວມມືໃນລະຍະຜ່ານມາ ກ່ຽວກັບວຽກງານທາງດ້ານ ຍຸຕິທໍາ ແລະ ກົດໝາຍ​. ພ້ອມດຽວກັນຍັງໄດ້ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

     ໃນຕອນທ້າຍຂອງການພົບປະ ທ່ານ ນາງ ໂດນິກາ ປ໋ອດຕີ່  ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ.

ຂຽນຂ່າວ: ໄຊຍະສິດ     ຖ່າຍພາບໂດຍ: ສົມຫວັງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ