ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງປະເທດຍີ່ປຸ່ນ

     ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຕຊິໂລະ ອິໂນະ (Toshiro INO) ຮອງລັດຖະມົນຕີກະ ຊວງຍຸຕິທໍາແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3 - 6 ພຶດສະພາ 2017.

     ​ໃນ​ໂອກາດ​ດັ່ງກ່າວ​ ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຄຳນັບ​ຂອງ ​ທ່ານ ​ໂຕ​ຊິ​ໂລະ ອິ​​ໂນະ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກັບ​ກະຊວງ​ຍຸຕິ​ທຳ​ແຫ່ງ​ປະ​ເທດ​ຍີ​ປຸ່ນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນຊາ​ບ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊ່ວຍ​​ເຫລືອ​ທາງ​ດ້ານ​ເຕັກນິກ, ວິຊາ​ການ ​ແລະ ທຶນ​ຊ່ວຍ​ເຫຼືອ​ໃນ​ການ​ຮ່າງ​ປະມວນ​ກົດໝາຍ​ແພ່ງ​ໃຫ້​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ປີ 2017 ນີ້. ນອກຈາກນັ້ນ ທັງ​ສອງ​ຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ໃນການວາງແຜນການສະໜັບສະໜູນທາງດ້ານການພັດທະນາບຸກຄະລາກອນ ໃຫ້ແກ່ກະຊວງຍຸຕິທໍາ ສປປ ລາວ.

     ໃນຕອນທ້າຍຂອງການພົບປະທ່ານ  ໂຕຊິໂລະ ອິໂນະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກດ້ານ ແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ.

ຂຽນຂ່າວ: ​ໄຊຍະສິດ   ຖ່າຍພາ: ຈັນທະວີສຸກ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ