ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມປະເທດຍີ່ປຸ່ນ

     ໃນຕອນບ່າຍຂອງວັນທີ 23 ພະຈິກ 2016 ຢູ່ທີ່ຫ້ອງຮັບແຂກ ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢຽ້ມຂ່ຳນັບຂອງ   ທ່ານ ທາຊຶຢະ ຊາກູມະ (Tatsuya SAKUMA) ຫົວໜ້າ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ກະຊວງຍຸຕິທໍາຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 23-25 ພະຈິກ 2016 

     ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານໄຊສີີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມ ຂໍ່ານັບຂອງ ທ່ານ ທາຊຶຍາ ຊາກູມະ ພ້ອມດ້ວຍຄະນະ, ພ້ອມກັນນີ້ຍັງໄດ້ ສະແດງ ຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຮ່ວມມື, ການສະໜັບສະໜູນທຸກວຽກງານອັນມີໝາກມີຜົນຢ່າງຫຼວງຫຼາຍໃນຂົງເຂດກົດໝາຍຂອງ ສປປ ລາວ ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນການສ້າງປະມວນກົດດໝາຍແພ່ງ, ປຶ້ມຄູ່ມື ຕ່າງໆຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຍຸຕິທໍາແຫ່ງຊາດ.

     ທ່ານ ທາຊຶຢະ ຊາກູມະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ຂໍຊົມເຊີຍຕໍ່ການພົວພັນອັນດີງາມລະຫວ່າງລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາຂອງແຕ່ລະປະເທດ ໂດຍສະເພາະ ໂຄງການພັດທະ ນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທໍາ ແລະ ຍັງໄດ້ແລກປ່ຽນກ່ຽວກັບທິດທາງການສືບຕໍ່ແຜນການຮ່ວມມືໃນຕໍ່ໜ້າ.  

     ໃນຕອນທ້າຍ ທ່ານໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຊ່ວຍເຫືອຂອງລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນທີ່ເປັນມິດທີ່ດີ ແລະ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຢ່າງມີ ໝາກຜົນຕະຫຼອດມາ, ພ້ອມກັນນີ້ກໍຍັງໄດ້ອວຍພອນທ່ານ ທາຊຶຢະ ຊາກູມະ ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ກະຊວງຍຸຕິທໍາຍີ່ປຸ່ນ ພ້ອມດ້ວຍຄະນະ ຈົ່ງເດີີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ພ້ອມດຽວ ກັນນັ້ນກໍຫວັງວ່າທ່ານ ທາຊູຍະ ຊາກູມະ ພ້ອມດ້ວຍຄະນະ ຈົ່ງມີຄວາມສໍາເລັດກັບການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ຈະໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ.

ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ