ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ

     ໃນລະຫວ່າງວັນທີ 9-10 ກຸມພາ 2017 ຜ່ານມາ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ ຊຶ່ງກ່ອນອື່ນທ່ານໄດ້ເຂົ້າຢ້ຽມຢາມ ແລະ ພົບປະໂລ້ລົມກັບ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເຈົ້າແຂວງແຂວງຫົວພັນ ຢູ່ທີ່ຫ້ອງວ່າການແຂວງ ກ່ຽວກັບວຽກງານການຮຽນການ-ສອນກົດໝາຍ ລະຍະສັ້ນ 45 ວັນ ແລະ ວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ.

     ໃນເວລາຕໍ່ມາ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ພົບປະ, ຢ້ຽມຢາມ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງພະແນກຍຸຕິທຳແຂວງຫົວພັນ ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ສົມພອນ ອິນຄະວິໄລ ຫົວ ໜ້າພະແນກຍຸຕິທຳແຂວງຫົວພັນ, ມີທ່ານຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ ແລະ ລັດຖະກອນວິຊາການພາຍໃນພະແນກເຂົ້າຮ່ວມ, ໃນນັ້ນທ່ານລັດຖະມົນຕີ ກໍໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິ ບັດວຽກງານຂອງພະແນກຍຸຕິທຳ ເປັນຕົ້ນແມ່ນ ວຽກງານຈັດຕັ້ງ-ພະນັກງານ, ການຄຸ້ມຄອງລະບົບຍຸຕິທຳ, ການຮຽນການສອນກົດໝາຍ ລະຍະສັ້ນ 45 ວັນ ແລະ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.

     ໃນຕອນບ່າຍຂອງວັນດຽວກັນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປເມືອງແອດ ແຂວງຫົວພັນ ເພື່ອພົບປະໂອ້ລົມ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທຳເມືອງແອດ ແລະ ມອບ ເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ທຸກຍາກຂາດເຂີນ ແລະ ປະສົບໄພໜາວ ຈຳນວນ 11 ບ້ານ ເປັນກຽດເຂົ້າຮ່ວມຂອງ ທ່ານ ຕົງລີເຕັ່ງ ເລຂາພັກເມືອງ ເຈົ້າເມືອງເມືອງແອດ, ມີທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າ, ຮອງຫົວໜ້າ ແລະ ລັດຖະກອນວິຊາການຂອງຫ້ອງການຍຸຕິທຳເມືອງແອດ ພ້ອມດ້ວຍຄະນະບ້ານ 11 ບ້ານເຂົ້າຮ່ວມ ຊຶ່ງເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ປະກອບມີຜ້າຮົ່ມ ແລະ ຖົງເຄື່ອງບໍລິຈາກທີ່ໄດ້ຮັບຈາກອົງ ການກາແດງລາວ ລວມມູນຄ່າ 4,600,000 ກີບ.

     ໃນຕອນເຊົ້າຂອງວັນທີ 10 ກຸມພາ 2017 ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ 4 ປະຈຳສົກປີ 2016-2017  ຢູ່ທີ່ ສະໂມສອນແຂວງ ຫົວພັນ ໂດຍການ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ນ. ແພງ ກັນຍາພີມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫົວພັນ. ໃນພິທີ ທ່ານ ສົມພອນ ອິນຄະ ວິໄລ ຫົວໜ້າພະແນກຍຸຕິທຳແຂວງຫົວພັນ ກໍໄດ້ຜ່ານບົດລາຍງານການຮຽນ-ການສອນກົດໝາຍ ລະຍະສັ້ນ 45 ວັນ. ຫຼັງຈາກນັ້ນທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມອບໃບຢັ້ງຢືນ ແລະ ໂອ້ລົມຜູ້ທີ່ສຳເລັດການສຶກສາ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຮັບຈາກການຮຽນ-ການສອນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ປະກອບສ່ວນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ເກີດຜົນປະ ໂຫຍດສູງສຸດແກ່ສັງຄົມອີກດ້ວຍ ແລະ  ເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຮຽນການສອນກົດໝາຍ ລະຍະສັ້ນ 45 ວັນ, ກະຊວງຍຸຕິທຳ ໄດ້ມອບເງິນຊຸກຍູ້ໃຫ້ແກ່ພະແນກຍຸຕິທຳ ແຂວງ ບໍລິຄຳໄຊ ແລະ ແຂວງ ຊຽງຂວາງ ແຂວງລະ 95,000,000 ກີບ.

ຂ່າວ: ສີປະໄພ   ພາບ: ສົມຫວັງ