ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າອົງການ ສປຊ ປະຈໍາ ສປປ ລາວ

    ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບາລາຊູບຣາມານຽມ ມູຣາລີ (Balasubramaniam Murali) ຮັກສາການ ຜູ້ຕ່າງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2017 .

     ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບວຽກງານການຊ່ວຍເຫຼືອ ແລະ ການຮ່ວມມືກັນ ລະຫວ່າງ UNDP ແລະ ກະຊວງຍຸຕິທໍາ ໂດຍສະເພາະການສະໜັບສະໜູນໂຄງ ການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດທີ່ປົກຄອງດ້ວຍກົດໝາຍ ແຕ່ນີ້ຮອດປີ 2020 ທີ່ຈະສິ້ນສຸດໂຄງການໃນເດືອນ ມີຖຸນາ 2017.

     ພ້ອມດຽວກັນນັ້ນ, ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ, ຂໍ້ຄົງຄ້າງຂອງວຽກງານໃຫ້ກັນຊາບ ພ້ອມກັນປຶກສາຫາລືກ່ຽວກັບການຂຽນໂຄງການໄລຍະ II ໃຫ້ສໍາເລັດ, ຮ່ວມກັນປຶກສາຫາລືການພົວພັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.

     ໃນໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການພົວພັນຮ່ວມມືດ້ານການຈັດຕັ້ງປະຕິບັດແຜນແມ່ບົດພັດທະ ນາລັດທີ່ປົກຄອງດ້ວຍກົດໝາຍ ລະຫວ່າງ ກະຊວງຍຸຕິທຳ ແລະ ອົງການ UNDP.

ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ