ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບ ຂອງຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ປະຈຳໂຄງການ Justice

ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບ ຂອງຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ປະຈຳໂຄງການ Justice

**************

           ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ໃຫ້ກຽດຕ້ອນຮັບການເຂົ້າພົບ ຂອງ ທ່ານ ເປຣີນ ຊີງມົງ (Mrs. Perrine SIMON), ຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ຫຼື ITA (ຜູ້ໃຫມ່) ປະຈຳໂຄງການ JuSTICE ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ຜູ້ໃໝ່ ປະຈຳໂຄງການ JuSTICE ຢູ່ ສປປ ລາວ.

           ໂອກາດດັ່ງກ່າວ ທ່ານ ເກດສະໜາ ພົມມະຈັນ ກໍໄດ້ສະແດງຄວາມຍິນດີໃນການມາເປັນຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ຜູ້ໃໝ່ຂອງໂຄງການ JuSTICE ຢູ່ ສປປ ລາວ; ຈາກນັ້ນ, ທ່ານ ນາງ ເປຣີນ ຊີງມົງ ກໍລາຍງານສະພາບລວມຂອງໂຄງການ JuSTICE ໃນໄລຍະຜ່ານມາ, ແຜນການໃນຕໍ່ໜ້າ ແລະ ພ້ອມກັນປຶກສາຫາລືກ່ຽວກັບບັນຫາສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ແລະ ລາຍງານຄວາມຄືບໜ້າຂອງແຜນການຮ່ວມມືລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດ ແລະ ໂຮງຮຽນ ຂຸນສານແຫ່ງຊາດຝຣັ່ງ ພ້ອມທັງປືກສາຫາລືຊອກວິທີທາງໃນການເຄື່ອນໄຫວກິດຈະກຳໂຄງການໄດ້ຮັບໝາກຜົນສູງສຸດ.

ຂ່າວ-ພາບ: ກະຊວງຍຸຕິທໍາ