ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບ ສາສະດາຈານປະຈໍາສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກ

     ໃນຕອນເຊົ້າຂອງວັນທີ 18 ມັງກອນ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ  (Alfred Oehlers) ຜູ້ປະຈໍາການສູນຄົ້ນຄ້ວາດ້ານຄວາມໝັ້ນຄົງຂົງເຂດອາຊີ-ປາຊີຟິກ ຂອງສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 16-20 ມັງກອນ 2017.

     ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຍຸຕິທໍາແຫ່ງ ສປປ ລາວ ກັບ ສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກຂອງສະຫະ ລັດອາເມຣິກາ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ ພ້ອມກັນນັ້ນ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃຫ້ກັນຊາບ ໂດຍສະເພາະແມ່ນການປຶກສາຫາລືໃນວຽກງານການເຂົ້າຮ່ວມ ກອງປະຊຸມ ແລະ ຝຶກອົບຮົມຂອງສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກຂອງສະຫະລັດອາເມຣິກາ ເປັນຕົ້ນແມ່ນກອງປະ ຊຸມກ່ຽວກັບວຽກຕ້ານການໃຊ້ຄວາມຮຸນແຮງໃນພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງມີຄວາມສໍາຄັນຕໍ່ຂົງເຂດຍຸຕິທໍາຂອງສປປລາວເວົ້າລວມ, ເວົ້າສະເພາະຕໍ່ວຽກງານຂອງກະຊວງຍຸຕິທໍາ ທີ່ຈໍາເປັນຈະຕ້ອງມີການຮ່ວມມືກັບສູນຄົ້ນຄ້ວາດັ່ງກ່າວ ເພື່ອສົ່ງເສີມ ແລະ ພັດທະນາວຽກງານຂອງກະຊວງຍຸຕິທໍາໃຫ້ດີຂຶ້ນກວ່າເກົ່າ.

     ໃນຕອນທ້າຍຂອງການພົບປະ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ   ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ.

ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ