ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ພົບປະໂອ້ລົມພະນັກງານກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

     ໃນຕອນເຊົ້າຂອງວັນທີ 16 ມັງກອນ 2017 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ຊີ້ນຳວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ລົງເຮັດວຽກ ແລະ ປະຊຸມຮ່ວມ ກັບກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ໂດຍມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກະຊວງຍຸຕິທຳເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນກ່ຽວກັບການເຄື່ອນໄຫວວຽກງານ ເປັນຕົ້ນແມ່ນການຊີ້ນຳ-ນຳພາ ກໍຄືການປະຕິບັດໜ້າທີ່ວິຊາສະເພາະຂອງຄະນະນຳ ແລະ ພະນັກງານ-ລັດຖະກອນ ຂອງກົມຄຸ້ມຄອງການ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ປຶກສາຫາລືກ່ຽວກັບແຜນການໃນຕໍ່ໜ້າ. ໃນກອງປະຊຸມ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກໍໄດ້ລາຍງານສະພາບການເຄື່ອນໄຫວ ວຽກງານຂອງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເວົ້າລວມ ເວົ້າສະເພາະກໍແມ່ນຂອງກົມໃນໄລຍະຜ່ານມາ, ຈາກນັ້ນບັນດາທ່ານຄະນະກົມ, ຄະນະພະແນກ ຕະຫຼອດຮອດ ພະນັກງານ-ລັດຖະກອນ ກໍໄດ້ພ້ອມກັນປະກອບ ຄຳເຫັນໂດຍເນັ້ນໃສ່ບັນຫາຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຂອງການປະຕິບັດໜ້າທີ່ວຽກງານໃນລະຍະຜ່ານມາ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ  ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄະນະນຳ ກໍຄືພະນັກງານ-ລັດຖະກອນຂອງກົມ ທີ່ໄດ້ເອົາໃຈໃສ່ປະຕິບັດ ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ຊຶ່ງເຮັດໃຫ້ຄຳຕັດສີນຂອງສານໃນຂອບເຂດທົ່ວປະເທດສ່ວນໃຫຍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສິ່ງສຳຄັນພາຍໃນກົມມີຄວາມສະຫງົບ ແລະ ສາມັກຄີດີ ແລະ ເພື່ອເຮັດໃຫ້ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນຕໍ່ໜ້າໄດ້ເຄື່ອນໄຫວຢ່າງມີປະສິດທິຜົນນັ້ນ ທ່ານຍັງໄດ້ເນັ້ນໃຫ້ກົມຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ເພີ່ມທະວີການລົງ ຊຸກຍູ້ ແລະ ຕິດຕາມການປະຕິບັດໜ້າທີ່ວຽກງານຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານຢູ່ທ້ອງຖິ່ນ. ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ລາຍງານຂັ້ນເທິງໃຫ້ວ່ອງໄວ ແລະ ຖືກຕ້ອງ ເພື່ອແກ້ໄຂໃຫ້ຖືກຕ້ອງ ແລະ ທັນ ຕາມກຳນົດເວລາ. ສິ່ງສຳຄັນທ່ານໄດ້ເນັ້ນໜັກໃຫ້ຄະນະນຳກໍຄືພະນັກງານ-ລັດຖະກອນຂອງກົມ ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄຸນນະທຳ, ຈັນຍາທຳສູງ ເຄື່ອນໄຫວວຽກງານຕ້ອງຢູ່ ບົນພື້ນຖານລະບຽບ-ກົດໝາຍ, ບໍ່ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດແກ່ຕົນເອງ, ເພີ່ມທະວີການປະສານສົມທົບ ແລະ ການລາຍງານຂໍທິດຊີ້ນຳຈາກຂັ້ນເທິງໃຫ້ເປັນປົກກະຕິ, ບໍລິການປະຊາຊົນໃຫ້ວ່ອງໄວ, ມີປະສິດທິພາບ ແລະ ມີຄວາມຍຸຕິທຳ, ພ້ອມກັນກຳນົດທິດທາງແຜນການໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນຕໍ່ໜ້າ ທັງໝົດກໍເພື່ອຮັບປະກັນໃຫ້ຄຳຕັດສີນຂອງສານຈຳນວນຫຼວງຫຼາຍທີ່ຍັງຄ້າງໃນຂອບເຂດທົ່ວປະເທດ ສາມາດນຳ ມາຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຫຼຸດຜ່ອນຫາງສຽງໃນແງ່ລົບຂອງສັງຄົມຕໍ່ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ.

ຂ່າວ: ສີປະໄພ     ພາບ: ສົມຫວັງ