ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເລຂາທິການ, ກອງເລຂາກຸ່ມອາຊີ-ປາຊີຟິກເພື່ອຕ້ານການຟອກເງິນ ທີ່ ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 16 ກັນຍາ 2019 ຜ່ານມານີ້ ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ລໍເຣັນ ເຫີດ ຮອງຫົວໜ້າກອງເລຂາກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາເຄື່ອນໄຫວວຽກງານທາງລັດຖະການ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຊຶ່ງຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອປຶກຫາລືກ່ຽວກັບການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ໂດຍສະເພາະແມ່ນບັນຫາກ່ຽວກັບທາງແພ່ງ ແລະ ອາຍາ, ການສົ່ງຜູ້ຮ້າຍຂ້າມແດນ, ການໂອນຕົວນັກໂທດ ແລະ ອື່ນໆທີ່ ສປປ ລາວ ເປັນພາຄີ ພ້ອມດຽວກັນນັ້ນທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການປະເມີນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນປີ 2020-2021 ທີ່ຈະມາເຖິງນີ້.
ໃນໂອກາດນີ້ ທ່ານ ລໍເຣັນ ເຫີດ, ຮອງຫົວໜ້າກອງເລຂາກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ ກໍໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນແສນອົບອຸ່ນ ພ້ອມທັງຢືນຢັນໃນການສືບຕໍ່ເປັນຄູ່ຮ່ວມມືທີ່ດີກັບຂະແໜງຍຸຕິທຳຂອງສປປ ລາວ.

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ, ຖ່າຍພາບ: ຂົນ ບຸນທິສານ