ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ ປະຈຳປີ 2018

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ຈັດຂຶ້ນໃນວັນທີ 28-29 ມັງກອນ 2019 ທີ່ສູນຝຶກອົບຮົມ ລາວ-ຍີ່ປຸ່ນ ICTC, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ; ມີບັນດາທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານຍຸຕິທຳ, ບັນດາທ່ານຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກຳມາທິການຍຸຕິທຳແຫ່ງຊາດ, ບັນດາຫົວໜ້າພະແນກຍຸຕິທຳແຂວງ, ນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ບັນດາທ່ານຮອງຫົວໜ້າກົມ, ຮອງຫົວໜ້າສູນ, ຫົວໜ້າສະຖາບັນຍຸຕິທຳ 3 ພາກ, ຮອງຫົວໜ້າສະຖາບັນ 3 ພາກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງຍຸຕິທຳເຂົ້າຮ່ວມ ທັງໝົດຈຳນວນ 325 ທ່ານ, ຍິງ 90 ທ່ານ.

ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ລາຍງານຜົນຂອງກອງປະຊຸມ ຊຶ່ງຜ່ານການດຳເນີນກອງປະຊຸມ 2 ວັນ ໄດ້ມີຄວາມເປັນເອກະພາບສູງຕໍ່ການສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ວຽກງານຍຸຕິທຳ ປະຈຳປີ 2018 ຜ່ານມາ; ກອງປະຊຸມໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງຊອກຫາ ແລະ ສະເໜີວິທີການແກ້ໄຂຈຳນວນໜຶ່ງ; ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ທິດທາງ, ແຜນການວຽກງານຈຸດສຸມສຳລັບປີ 2019, ໂດຍສະເພາະ ແມ່ນດ້ານດີທີ່ຄວນສົ່ງເສີມ, ດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມດ້ວຍສາເຫດທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ແລະ ໄດ້ກຳນົດທິດທາງແຜນການວຽກງານຈຸດສຸມ ສຳລັບປີ 2019.

ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໃນຄັ້ງນີ້. ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຍຸຕິທໍາໃນໄລຍະທີ່ຜ່ານມາ ກະຊວງຍຸຕິທຳໃນຖານະເປັນເສນາທິການໃຫ້ແກ່ລັດຖະບານໃນວຽກງານກົດໝາຍ ແລະ ຍຸຕິທຳ ໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງການຍຸຕິທໍາໃນວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ເປັນຢ່າງດີ, ອັນເປັນການປະກອບສ່ວນທີ່ສໍາຄັນຂອງຂະແໜງການຍຸຕິທໍາ ເຂົ້າໃນການຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ກໍ່ຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທໍາມາເປັນແຜນງານ, ໂຄງການວຽກງານລະອຽດ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນກ້າວໆມາ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການຍຸຕິທໍາໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນບາງຈຸດທີ່ສຳຄັນ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ດັ່ງນີ້:
ບັນຫາທີໜຶ່ງ: ຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ອັນນີ້ແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ຕໍ່ການກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ສ້າງປະຖົມປັດໄຈ ກ້າວຂຶ້ນສູ່ສັງຄົມນິຍົມ;
ບັນຫາທີສອງ: ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍຕ້ອງຮັບປະກັນລັກສະນະຊົນຊັ້ນ ແລະ ໃຫ້ຄົບຖ້ວນສົມບູນເປັນກ້າວໆ, ຕ້ອງເພີ່ມທະວີວຽກງານຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດກົດໝາຍ ບົນພື້ນຖານແນວທາງ, ນະໂຍບາຍ ແລະ ທັດສະນະຂອງພັກ; 
ບັນຫາທີສາມ: ການປະຕິບັດກົດໝາຍຕ້ອງໃຫ້ມີຄວາມສັກສິດ ເຂັ້ມງວດ ຮັບປະກັນຄວາມຍຸຕິທຳ ນີ້ເປັນສິ່ງທີ່ສັງຄົມ ແລະ ປະຊາຊົນເປັນຫ່ວງເປັນໄຍ ແລະ ເລັ່ງທວງໃຫ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດເຮົາ ຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ;
ບັນຫາທີສີ່: ກ່ຽວກັບການຕິດຕາມກວດກາຂະບວນການຈັດຕັ້ງປະຕິບັດກົດໝາຍຢູ່ບ້ານເຮົາ ມີຄວາມຈຳເປັນຕ້ອງໄດ້ເພີ່ມທະວີໃຫ້ສູງຂຶ້ນກວ່າເກົ່າ;
ບັນຫາທີຫ້າ: ການຍົກສູງຄຸນນະພາບ ຂອງວຽກງານພັດທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ສັງຄົມດ້ວຍກົດໝາຍ; ການຍົກສູງຄຸນນະພາບດັ່ງກ່າວ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການປັບປຸງ ແລະ ຍົກສູງຄຸນນະພາບ ຂອງໂຄງການຫັຼກສູດການຮຽນ-ການສອນ;
ບັນຫາທີຫົກ: ການຊີ້ນຳ-ນຳພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານຍູຕິທຳໃຫ້ຖືເປັນວຽກງານໜຶ່ງ ທີ່ຕ້ອງໄດ້ເພີ່ມທະວີການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ແລະ ເບິ່ງແຍງດູແລຂອງຄະນະພັກທຸກຂັ້ນ;
ບັນຫາທີເຈັດ: ໃນໄລຍະຂອງການກະກຽມກອງປະຊຸມໃຫຍ່ ສາມຂັ້ນຂອງພັກຄວນເບິ່ງຄືນບັນດາຄາດໝາຍ ພ້ອມກັນຄົ້ນຄວ້າ, ວິເຄາະວິໄຈບັນຫາຕ່າງໆໃຫ້ແທດເໝາະກັບຕົວຈິງ ແລະ ເຫັນບັນຫາທີ່ຈະຕ້ອງແກ້ໄຂ.
ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2019 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ: ຊາຍພິມພອນ ສີຣິວົງໄຊ
ຖ່າຍພາບ: ຂົນ ບຸນທິສານ, ບຸນຖອມ ພະສະແຫວງ