ທ່ານລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣີຄາດາ ລຸຍສ ຣີເອເກີ

ຕອນບ່າຍຂອງວັນທີ 17 ມິຖຸນາ 2019 ຢູ່ທີ່ ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣິຄາດາ ລຸຍສ ຣີເອເກີ (Ricarda Rieger) ຜູ້ຕາງໜ້າຫົວໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່.

ໃນໂອກາດການເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ຣິຄາດາ ລຸຍສ ຣີເອເກີ (Ricarda Rieger) ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າຫົວໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາຄົນໃໝ່ ປະຈຳ ສປປ ລາວ, ຂໍໃຫ້ອົງການສະຫະປະຊາຊາດ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຂະແໜງຍຸຕິທໍາ ເພື່ອເປັນບາດກ້າວອັນສໍາຄັນທີ່ກ້າວໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
ໃນໂອກາດດຽວກັນ ທ່ານ ນາງ ຣິຄາດາ ລຸຍສ ຣີເອເກີ (Ricarda Rieger) ຜູ້ຕາງໜ້າຫົວໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນແສນອົບອຸ່ນ ພ້ອມທັງຢືນຢັນທີ່ຈະສືບຕໍ່ເປັນຄູ່ຮ່ວມມືພັດທະນາທີ່ດີ ແລະ ໃຫ້ການຊ່ວຍເຫຼືອຂະແໜງຍຸຕິທໍາຕໍ່ໄປ.

ຂຽນຂ່າວ: ວິພາເພັດ ສ. ຜາບມີໄຊ, ຖ່າຍພາບ: ຂົນ ບຸນທິສານ