ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຮ່ວມມືດ້ານການພັດທະນາ ແລະ ມະນຸດສະທຳ ຂອງ ລຸກຊຳບວກ

     ໃນວັນທີ 15 ພະຈິກ 2017 ທີ່ກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ໂລແມນ ຊິນໄນເດີ (Mr. Romain Schneider), ລັດຖະມົນຕີກະຊວງການຮ່ວມມືດ້ານການພັດທະນາ ແລະ ມະນຸດສະທຳ ຂອງ ລຸກຊຳບວກ ພ້ອມ​ດ້ວຄະນະ. ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການພົບປະຢ້ຽມຢາມໃນຄັ້ງນີ້.

     ໃນໂອກາດດຽວກັນ, ທ່ານ ໂລແມນ ຊິນໄນເດີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ການຮ່ວມມືພົວພັນວຽກງານ ລະຫວ່າງ ສອງພາກສ່ວນ ຢ່າງອົບອຸ່ນ. ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນຊາບ, ໄດ້ສົນທະນາແລກປ່ຽນບົດຮຽນໃນຂະແໜງການຍຸຕິທຳ ເປັນຕົ້ນ ການສະໜອງທຶນຊ່ວຍເຫຼືອ ຈຳນວນ 5,000,000 ເອີໂລ ໃນນາມໂຄງການ LAO/031 (ໂຄງການສະໜັງສະໜູນ ການຝຶກອົບຮົມ ແລະ ການສອນກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ ລະຍະ II), ຊຶ່ງໂຄງການດັ່ງກ່າວ ແມ່ນເປັນຂີດໝາຍສໍາຄັນໃນການໃຫ້ຄວາມຊ່ວຍເຫຼືອລາວ ໃນລະຍະຍາວຂອງຂະແໜງຍຸຕິທຳ ເວົ້າລວມ, ເວົ້າສະເພາະ ກໍແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ.

     ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລືໃນການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ.