ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ

         ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 11 ມິຖຸນາ 2018 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກຮ່ວມກັບກະຊວງຍຸຕິທຳ.

        ​ ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ນາງ ຫວູທິລານແອັງ ພ້ອມ​ດ້ວຍ​ຄະນະໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກຮ່ວມກັບກະຊວງຍຸຕິທຳໃນ​ຄັ້ງ​ນີ້ ຫຼັງຈາກ​ນັ້ນ, ທ່ານ ນາງ ຫວູທິລານແອັງ ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ກໍເພື່ອລາຍງານກ່ຽວກັບການຮ່ວມມືລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງທັງ​ສອງ​ຝ່າຍ​ຈະໄດ້ສືບຕໍ່ປະຕິບັດຕາມບົດບັນທຶກ ແລະ ແຜນການຮ່ວມມືປະຈຳປີ 2018 ໃຫ້ປະກົດຜົນເປັນຈິງ ພ້ອມ​ທັງແຜນການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນຕໍ່ໜ້າ​ໃຫ້​ນັບ​ມື້ນັບ​​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ.

ໂອກາດ​ດຽວກັນນີ້, ທ່ານ ນາງ ຫວູທິລານແອັງ, ກໍ​ໄດ້​ສະແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ກຽດການ​ຕ້ອນຮັບການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ຄະນະ​ຢ່າງ​ອົບ​ອຸ່ນ​ໃນຄັ້ງ​ນີ້.

ແລະ ໃນວັນດຽວກັນ ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ຝ່າຍລາວນຳພາໂດຍທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ, ຝ່າຍຫວຽດນາມນຳພາໂດຍ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຮອງຫົວໜ້າສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ຜ່ານມາ ພ້ອມນັ້ນກໍຍັງໄດ້ແລກປ່ຽນບົດຮຽນກ່ຽວກັບພາລະບົດບາດຂອງແຕ່ລະຝ່າຍ, ການຄຸ້ມຄອງການບໍລິຫານການສຶກສາດ້ານກົດໝາຍ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການສ້າງສູນຄົ້ນຄວ້າກົດໝາຍ ລາວ-ຫວຽດນາມຮ່ວມກັນ ພ້ອມທັງໄດ້ປຶກສາຫາລືແຜນການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ໃນຕໍ່ໜ້າ​ໃຫ້​ນັບ​ມື້ນັບ​​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ.

ຂ່າວ: ປາວີຄຳເພັດທະລາກຸນ;       ພາບ: ສຸກສາຄອນ ຈັນທະວຸດ, ສົມຫວັງ ບົວລະພັນ