ຄະນະບໍລິຫານງານຊາວໜຸ່ມກະຊວງ ສ້າງຂະບວນແຂ່ງຂັນກິລາເຕະບານເພື່ອຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ

ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22/3/1955-22/3/2019), ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019) ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານຊາວໜຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໄດ້ຈັດຂະບວນການແຂ່ງຂັນກິລາ ຂຶ້ນໃນວັນທີ 21 ມີນາ ຫາ 29 ມີນາ 2019 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກສະພາທະນາຍຄວາມ ພ້ອມດ້ວຍພະນັກງານວິຊາການພາຍໃນກະຊວງຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ໃຫ້ກຽດກ່າວເປີດພິທີພ້ອມທັງແຈ້ງຈຸດປະສົງຂອງການແຂ່ງຂັນກິລາ ໃນຄັ້ງນີ້ ເພື່ອຊີງຂັນເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ແລະ ພ້ອມກັນສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງມີຄວາມໝາຍ.

ການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີ 2 ປະເພດ ຄື: ເຕະບານ ຊາຍ ປະກອບມີ 13 ທີມ ລວມທັງ ສະພາທະນາຍຄວາມ, ສຳລັບ ກິລາເປຕັງປະສົມ ປະກອບມີ 12 ທີມ (ປະສົມ ຊາຍ-ຍິງ). 
ກິລາເຕະບານຍິງ ແມ່ນທີມປະສົມ ກະຊວງຍຸຕິທຳ ພົບກັບ ສະຖາບັນຍຸຕິທຳແຫ່ງຊາດ. ນອກຈາກນັ້ນ, ຍັງມີກິລາມວນຊົນຈຳນວນໜຶ່ງ ເຊັ່ນ: ແລ່ນສາມຂາ, ເປົ່າປຸ້ມເປົ້າ ແລະ ອື່ນໆ.
ສຳລັບຜົນການແຂ່ງຂັນນັ້ນ ຈະແຈ້ງໃຫ້ທ່ານຜູ້ອ່ານຊາບຕາມພາຍຫຼັງ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ