ຄະນະນໍາ ກະຊວງຍຸຕິທໍາແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງສະຫາຍ ເລ ດຶກ ແອັງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຜ່ານມານີ້, ຄະນະນໍາ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງສະຫາຍ ເລ ດຶກ ແອັງ ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ແລະ ຂຽນປຶ້ມ ທີ່ຫໍຊາປະນະກິດສົບ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງ ສະຫາຍ ເລ ດຶກ ແອັງ ອາດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນໍາທີ່ສໍາຄັນຂອງ ສສ ຫວຽດນາມ. ສະຫາຍ ເລ ດຶກ ແອັງ ແມ່ນໜຶ່ງໃນບັນດາການນໍາຂອງ ສສ ຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ທີ່ຮັກຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ. 

ຂ່າວ-ພາບ: ຂົນ ບຸນທິສານ