ຄະນະນຳຂອງກະຊວງຍຸຕິທຳ ໄດ້ເຂົ້າອວຍພອນ ຄະນະນຳຂອງກະຊວງປ້ອງກັນຄວາມສະຫງົບ

     ​ເນື່ອງ​ໃນ​​ໂອກາດວັນສ້າງ​ຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ຄົບຮອບ 56 ປີ (5 ​ເມສາ 1961-5​ ເມສາ2017) ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ​ເມສາ 2017 ທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ​ ໄດ້​ນຳ​ກະຕ່າ​ດອກ​ໄມ້ເຂົ້າ​ອວຍພອນ ຄະນະ​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້ກຽດຕ້ອນຮັບ​ຂອງ ທ່ານ ພົນ​ຕີ ກົງ​ທອງ ພົງ​ວິຈິດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະ.

     ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ສະຫວາດ ບຸບຜາ  ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະນຳ ກະຊວງ​ຍຸຕິ​ທຳ ​ໄດ້​ມີ​ຄຳ​ເຫັນ ​ແລະ ຄຳ​ອວຍພອນ​ອັນ​ປະ​ເສີດ​ມາ​ຍັງຄະນະ​ພັກ-ຄະນະ​ນຳ ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ກໍ​ຄື​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​​ແຮງ ສືບ​ຕໍ່​ຊີ້​ນຳ-ນຳພາ​ວຽກງານ​ວຽກງານ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ ໃຫ້​ປະສົບຜົນສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ.

ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ຖ່າຍພາບ: ສົມ​ຫັວງ ສີ​ປະ​ໄພ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ