ການແຂ່ງຂັນກິລາເປຕັງ ຊິງຂັນລັດຖະມົນຕີກະຊວງຍຸຕິທຳ

ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ຄົບຮອບ 30 ປີ (30 ມີນາ 1989-30 ມີນາ 2019) ໃຫ້ເປັນຂະບວນການ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ສະພາທະນາຍຄວາມຈຶ່ງໄດ້ຈັດຂະບວນການແຂ່ງຂັນກິລາຂຶ້ນ ໃນວັນທີ 15 ມີນາ 2019 ທີ່ ເດີ່ນກິລາເປຕັງມະຫາວິທະຍາໄລແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ, ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ມີທ່ານຮອງປະທານສະພາທະນາຍຄວາມ, ທ່ານ ສຈ. ເກດ ກຽດຕິສັກ ພະນັກງານອາວຸໂສ ກະຊວງຍຸຕິທຳ, ນັກກິລາຈາກ 7 ພາກສ່ວນ ພ້ອມດ້ວຍພະນັກງານສະພາທະນາຍຄວາມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ກ່າວເປີດພິທີ ພ້ອມທັງແຈ້ງຈຸດປະສົງ ການແຂ່ງຂັນກິລາໃນຄັ້ງນີ້ເພື່ອເປັນການຊີງຂັນທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ຄົບຮອບ 30 ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ.

ການແຂ່ງຂັນກິລາເປຕັງໃນຄັ້ງນີ້ປະກອບມີ 7 ພາກສ່ວນ ຄື: 1. ກະຊວງຍຸຕິທຳ; 2. ສານປະຊາຊົນສູງສຸດ; 3. ອົງການໄອຍາການປະຊາຊົນສູງສຸດ; 4. ສະພາທະນາຍຄວາມ; 5. ສະຖາບັນຍຸຕິທຳແຫ່ງຊາດ; 6. ສານນະຄອນຫຼວງ; 7. ພະແນກຍຸຕິທຳນະຄອນຫຼວງ ໂດຍແບ່ງອອກເປັນ 2 ປະເພດ ຄື: ຊາຍ-ຍິງ ທີມຊາຍແບ່ງອອກເປັນ 8 ຄູ່ ແລະ ທີມຍິງ ແບ່ງອອກເປັນ 4 ຄູ່.

ຜົນຂອງການແຂ່ງຂັນ: 
• ທີມຊາຍ ຊະນະເລີດໄດ້ແກ່ ກະຊວງຍຸຕິທຳ.
• ທີມຍິງ ຊະນະເລີດໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ