ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງ ຂອງທ່ານລັດຖະມັນຕີວ່າການ ພ້ອມດ້ວຍຄະນະ

ໃນລະຫວ່າງວັນທີ 1-5/2/2016 ທີ່ຜ່ານມາ, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດຝຣັ່ງ ຢ່າງເປັນທາງການ. ຈຸດປະສົງໃນການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການປົກຄອງດ້ວຍກົດໝາຍ, ການຄຸ້ມຄອງສານ ແລະ ລະບົບຍຸຕິທຳ, ການກໍ່ສ້າງບຳລຸງວິຊາຊີບຍຸຕິທຳ ແລະ ການຊ່ວຍເຫຼືອໃນຂົງເຂດຍຸຕິທຳ. ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງ ຂອງ ທ່ານ ລັດຖະມົນຕີວ່າການ ພ້ອມດ້ວຍຄະນະ ໃນຄັ້ງນີ້ ໄດ້ພົບປະ ແລະ ປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງຝຣັ່ງ ເປັນຕົ້ນ ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ເລຂາທິການລັດຖະບານ ແລະ ຮອງປະທານລັດຖະສະພາ (ສະພາສູງ).

          ຈາກນັ້ນ, ໃນວັນທີ 5/2/2015 ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເມືອງ Bordeaux ເພື່ອຢ້ຽມຢາມໂຮງຮຽນຜູ່ພິພາກສາ, ທັດສະນະສຶກສາເບິ່ງສານຂັ້ນຕົ້ນ ແລະ ເຂົ້າຮ່ວມພິທີສາບານຕົວຂອງນັກສຶກສາທີ່ຮຽນຈົບຈາກໂຮງຮຽນຜູ່ພິພາກສາ ໃນປີ 2016 ພ້ອມທັງຮັບຟັງການໂອ້ລົມຈາກທ່ານປະທານາທິບໍດີຝຣັ່ງຕໍ່ກັບນັກສຶກສາທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ. ໃນພິທີອັນມີຄວາມໝາຍສຳຄັນດັ່ງກ່າວນີ້, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ພົບກັບ ທ່ານ ປະທານາທິບໍດີຂອງຝຣັ່ງ, ຊຶ່ງການພົບປະນັ້ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ; ທ່ານ ປະທານາທິບໍດີຝຣັ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສາທາລະນະລັດຝຣັ່ງ ໃນຄັ້ງນີ້ ໃຫ້ທ່ານປະທານາທິບໍດີຝຣັ່ງ ໄດ້ຮັບຊາບ. ໃນຕອນທ້າຍ, ທ່ານປະທານາທິບໍດີຝຣັ່ງ ກໍໄດ້ອວຍພອນແກ່ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຕາມລະດັບຄາດໝາຍທີ່ວາງໄວ້.

          ຜ່ານການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສາທາລະນະລັດຝຣັ່ງໃນຄັ້ງນີ້ ເຫັນວ່າໄດ້ຮັບໝາກຜົນສູງສົມຄວນ ເປັນຕົ້ນ ແມ່ນບົດຮຽນໃນການປົກຄອງລັດດ້ວຍກົດໝາຍ, ການຄຸ້ມຄອງສານ, ທະນາຍຄວາມ, ຈ່າສານ, ທະບຽນສານ, ການກໍ່ສ້າງຜູ່ພິພາກສາ ແລະ ວິຊາຊີບຍຸຕິທຳ. ນອກຈາກນັ້ນ, ຍັງສາມາດຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການໂດຍສະເພາະການຈັດຝຶກອົບຮົມຍົກລະດັບພະນັກງານທັງຢູ່ພາຍໃນ ແລະ ຕ່າງປະເທດ; ການຈັດສົ່ງຊ່ຽວຊານ, ຄູອາຈານມາບັນຍາຍກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທຳຢູ່ ສປປ ລາວ./.