ການພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງສອງກະຊວງ

    ໃນຕອນເຊົ້າຂອງວັນທີ 14 ກັນຍາ 2018 ເວລາ 09:00 ໂມງ ໄດ້ຈັດກອງປະຊຸມຂຶ້ນຢູ່ທີ່ຫ້ອງປະຊູມຊັ້ນ II ຂອງກະຊວງຍຸຕິທຳ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາງໜ້າກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ອົນ ໂຮ ລີ ຮອງຫົວໜ້າພະແນກວຽກງານກົດໝາຍສາກົນ, ຕາງໜ້າກະຊວງຍຸຕິທຳ ສ ເກົາຫຼີ, ມີຜູ້ຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທັງຜູ້ຕາງໜ້າຈາກສອງກະຊວງຍຸຕິທຳເຂົ້າຮ່ວມ ທັງໝົດ 17 ທ່ານ ຍິງ 7 ທ່ານ.

    ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງ ຜູ້ຊ່ຽວຊານຈາກ ສ ເກົາຫຼີ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ແລະ ເປັນການກະກຽມໃຫ້ແກ່ຄະນະຮັບຜິດຊອບໃນການສ້າງລະບຽບການຄຸ້ມຄອງຜູ້ໄກ່ເກ່ຍການຕັດສີນຕ່າງປະເທດ ແລະ ລະບຽບຄຸ້ມຄອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດຢູ່ ສປປ ລາວ.
    ທ່ານ ບີວ່າງ ຈົ່ງເຈີ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜູ້ຊີ້ນໍາວຽກງານນິຕິກໍາ ແລະ ຮ່ວມມືກັບຕ່າງປະເທດ ໄດ້ໃຫ້ຮູ້ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
    ໃນກອງປະຊຸມ ຜູ້ຕາງໜ້າກະຊວງຍຸຕິທໍາ ສ ເກົາຫຼີ ສະເໜີໃຫ້ຮູ້ກ່ຽວກັບລະບົບການໄກ່ເກ່ຍ ແລະ ການຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສ ເກົາຫຼີ. ນອກນັ້ນຍັງໄດ້ຮັບຟັງການສະເໜີກ່ຽວກັບສົນທິສັນຍາ ແລະ ກົດໝາຍຕົວແບບໃນການໄກ່ເກ່ຍ ແລະ ການຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈາກຜູ້ຕາງໜ້າ Uncitral ແລະ ການສະເໜີກ່ຽວກັບການຄຸ້ມຄອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດ , ການຄຸ້ມຄອງຜູ້ໄກ່ເກ່ຍ-ກຳມະການຕັດສີນຕ່າງປະເທດ ໂດຍຜູ້ຕາງໜ້າ KCAB, ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ສົນທະນາແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ. ກອງປະຊຸມໄດ້ປິດລົງໃນເວລາ 16:30 ໂມງ ຂອງວັນດຽວກັນ.

ຂຽນຂ່າວ: ນາງ ດາລາວັນ ພົມແກ້ວ, ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ