ການນໍາກະຊວງຍຸຕິທໍາ ລົງຊຸກຍູ້ ແລະ ຊີ້ນໍາວຽກງານ ຢູ່ ແຂວງ ຈໍາປາສັກ

ໃນວັນທີ 29 ພຶດສະພາ 2019 ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຈໍາປາສັກ ເພື່ອຕິດຕາມກວດກາ, ຊຸກຍູ້ ແລະ ຊີ້ນໍາວຽກງານຍຸຕິທໍາ ໂດຍສະເພາະແມ່ນວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງໄດ້ຮັບການຕ້ອນຮັບຈາກທ່ານ ບົວສອນ ວົງຜາຈັກ ຮັກສາການຫົວໜ້າພະແນກຍຸຕິທໍາແຂວງ ຈໍາປາສັກ, ມີບັນດາຫົວໜ້າຂະແໜງ, ຫົວໜ້າຫ້ອງການຍຸຕິທໍາ ເມືອງ, ຕະຫຼອດຮອດພະນັກງານພະແນກ ແລະ ຫ້ອງການຍຸຕິທໍາ ເມືອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ວຽກງານຍຸຕິທໍາ ຂອງແຂວງ ຈໍາປາສັກ ກ່ຽວກັບການປະຕິບັດສິດ, ໜ້າທີ່ຂອງພະແນກຍຸຕິທໍາ ເຫັນວ່າ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສົມທົບກັບຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ພະແນກຍຸຕິທໍາແຂວງ ກໍຄືຫ້ອງການຍຸຕິທໍາ ເມືອງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ຊຶ່ງ ທ່ານ ຮອງລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ແລະ ມີຄໍາເຫັນໃຫ້ຄະນະພັກ-ຄະນະນໍາພະແນກ ແລະ ຫ້ອງການຍຸຕິທໍາ ເມືອງຕ້ອງເອົາໃຈໃສ່ຍົກສູງປະຕິບັດພາລະບົດບາດໃນການເປັນເສນາທິການໃຫ້ແກ່ຄະນະນໍາຂອງແຂວງ, ເມືອງ ກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທໍາ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ; ເປັນເຈົ້າການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງຕ່າງໆ ຢ່າງໃກ້ຊິດ ພ້ອມທັງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ແລະ ສຶກສາອົບຮົມ ພະນັກງານໃຫ້ມີຄຸນທາດທາງດ້ານການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທໍາ ແລະ ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການ. ສະເພາະວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດໜ້າທີ່ຂອງຕົນໃນຖານະທີ່ເປັນອົງການຄຸ້ມຄອງ ແລະ ຖືເອົາວຽກງານດັ່ງກ່າວເປັນອັນລວມຂອງຄະນະນໍາແຕ່ລະຂັ້ນ ທີ່ຈະຕ້ອງຮັບຜິດຊອບຮ່ວມກັນສຸມໃສ່ຕິດຕາມກວດກາ, ຊຸກຍູ້, ຊີ້ນໍາ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ສໍາລັບອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຕ້ອງປັບປຸງແບບແຜນວິທີເຮັດວຽກ ໃຫ້ເປັນລະບົບທີ່ຖືກຕ້ອງ ໂດຍສະເພາະແມ່ນ ລະບອບການສ່ອງແສງ, ສະຫຼຸບລາຍງານ, ການຈາລະຈອນ ແລະ ເກັບມ້ຽນ ເອກະສານ, ສໍານວນຄະດີ ຕ້ອງໃຫ້ມີຄວາມວ່ອງໄວ, ທັນການ ແລະ ເປັນລະບົບ; ສ້າງກົນໄກປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ມີຄວາມໂລ່ງລ່ຽນຂຶ້ນຕື່ມ; ກວດກາ ແລະ ເກັບກໍາຈໍານວນສະຖິຕິຄໍາຕັດສີນຂອງສານ ພາຍໃນແຂວງຄືນໃໝ່, ໄຈ້ແຍກປະເພດຄະດີອອກເປັນແຕ່ລະປີ, ຊອກຫາບັນດາສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານຫຍຸ້ງຍາກ ແລະ ຄົ້ນຄວ້າແກ້ໄຂຢ່າງຖືກຕ້ອງ; ຈັດຕັ້ງປະຕິບັດການຮັບ, ການຖອນ ແລະ ການຊໍາລະເງິນ ກ່ຽວກັບຄ່າເສຍຫາຍທາງແພ່ງ, ອາກອນ, ປັບໃໝ ແລະ ຊັບສິນຮິບເຂົ້າເປັນຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ສອດຄ່ອງຕາມຄໍາແນະນໍາຂອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ລະບຽບການທີ່ກ່ຽວຂ້ອງ; ຊຸກຍູ້ ແລະ ຊີ້ນໍາ ໃຫ້ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ, ບໍລິການຮັບໃຊ້ປະຊາຊົນ ດ້ວຍຄວາມສັດຊື່ບໍລິສຸດ; ສິ່ງສໍາຄັນ ຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຕ້ອງໄດ້ສູ້ຊົນນໍາເອົາຄໍາຕັດສີນທີ່ຄ້າງ ແລະ ເຂົ້າໃໝ່ ມາຈັດຕັ້ງປະຕິບັດໃຫ້ໄດ້ 80%, ໃນນັ້ນ 20% ແມ່ນຈັດຕັ້ງປະຕິບັດສໍາເລັດ ແລະ ປິດສໍານວນຄະດີ. ໃນໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີ ກໍໄດ້ຕາງໜ້າໃຫ້ຄະນະນໍາກະຊວງຍຸຕິທໍາ ມອບພະນັກງານ 02 ທ່ານ ລົງເຮັດວຽກການກໍ່ສ້າງຮາກຖານການເມືອງ ຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຍຸຕິທໍາ ສະບັບເລກທີ 537/ກຍ, ລົງວັນທີ 29 ເມສາ 2019. 

ຂຽນຂ່າວໂດຍ: ອະນຸລັກ ຄຳພິລາວົງ
ຖ່າຍພາບໂດຍ: ຈັນທະວີສຸກ ສີຈັນທອງທິບ