ກະຊວງຍຸຕິທໍາ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ

ຕອນບ່າຍຂອງວັນ 23 ກັນຍາ 2019 ຢູ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ Vlll ໃຫ້ແກ່ພະນັກງານຫຼັກແຫຼ່ງກະຊວງຍຸຕິທໍາຂຶ້ນ ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ຫົວໜ້າພະແນກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກຝຶກອົບຮົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 58 ທ່ານ, ຍິງ 21 ທ່ານ.

ໃນພິທີ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ສະເໜີຈຸດປະສົງໃນການຝຶກອົບຮົມຊຸດນີ້ ແມ່ນເພື່ອປະກອບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ, ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ (ມະຕິ X) ປັບປຸງຍົກລະດັບທາງດ້ານທິດສະດີການເມືອງ, ຫຼັກໝັ້ນ, ທັດສະນະຊົນຊັ້ນກໍາມະກອນ, ຮູ້ຈໍາແນກມິດ-ສັດຕູ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄື ຈຸດໝາຍການປະຕິວັດຂອງປະເທດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄຸນທາດປະຕິວັດ, ສ້າງແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ທຸກເລ່ລ່ຽມກົນອຸບາຍ, ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສໍາເລັດຜົນ, ເຊື່ອມຊຶມ ແລະ ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ ເປັນຕົ້ນແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີແຜນການຂອງພັກ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຕົວຈິງໃຫ້ເກີດດອກອອກຝົນ.
ໃນທ້າຍພິທີ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມ ຈົ່ງໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃຫ້ຢູ່ໃນລະດັບສູງ ເພື່ອໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ວາງໄວ້.

ຂຽນຂ່າວ ແລະ ຖ່າຍພາບ: ຂົນ ບຸນທິສານ