ກະຊວງຍຸຕິທໍາ ຫວນຄືນມູນເຊື້ອວັນສໍາຄັນຂອງຊາດ

     ພິທີຫວນຄືນມູນເຊື້ອວັນສໍາຄັນຂອງຊາດ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2016 ຜ່ານມານີ້. ທີ່ກະຊວງຍຸຕິທໍາ ໄດ້ເຊື່ອມຊຶມເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາຄົບຮອບ 41 ປີ (2/12/1975-2/12/2016) ລະນຶຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 96 ປີ (13/12/1920-19/12/2016) ແລະ  ຜົນສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29. ໃຫ້ກຽດເປັນປະທານ-ບັນຍາຍຂອງທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ 1975 ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານພິລະອາດ ຫານຂອງປະຊາຊົນບັນດາເຜົ່າ ກໍຄືບັນດານັັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ແລະ ສະຕິປັນຍາເຂົ້າໃນການຕໍ່ສູ້ເພື່ອຍາດເອົາເອກະລາດມາສູ່ປວງຊົນລາວທັງຊາດ ລວມທັງວິລະກໍາ ແລະ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາອັນແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເຊິ່ງ ປະທານ ໄກສອນ ພົມວິຫານ ຍາມໃດເພິ່ນກໍໄດ້ອຸທິດທຸກກໍາລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາອິດສະຫຼະພາບ ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດມາເຖິງປັດຈຸບັນ. ພ້ອມຈາກນີ້ ເພິ່ນຍັງໄດ້ບັນລະຍາຍຜົນງານການສ້າງສາພັດທະນາປະເທດຊາດ ສືບຕໍ່ເສີມຂະຫຍາຍມູນເຊື້ອ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະ ເທດຊາດ ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທໍາ ໄດ້ຮັບຮູ້ກ່ຽວກັບຄວາມໝາຍຄວາມສໍໍາຄັນຂອງຊາດ ແລະ ເຫດການປະຫວັດສາດອັນສໍາຄັນຂອງວັນດັ່ງກ່າວ.