ກະຊວງຍຸຕິທໍາ ກັບ ຫ້ອງວ່າການປົກຄອງເມືອງ ໄຊເສດຖາ ສ້າງຂະບວນການ ແຂ່ງຂັນກິລາມິດຕະພາບເພື່ອຕ້ອນຮັບ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ

     ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດ ໂດຍສະເພາະ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ ປະຈໍາປີ 2017 ໃຫ້ດໍາເນີນໄປຢ່າງມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນ ທັງເປັນການສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ໃນຕອນບ່າຍຂອງວັນທີ 4 ສິງຫາ 2017 ທີ່ເດີ່ນເຕະບານໄອເຕັກ ທີມນັກກິລາເຕະບານກະຊວງ​ຍຸຕິ​ທຳ ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ​ກັບທີມນັກກິລາເຕະບານ ຂອງຫ້ອງວ່າການປົກຄອງເມືອງ ໄຊເສດຖາ ນໍາພາໂດຍ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ  ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຖະໜອມ ຖໍາທອງ ເຈົ້າເມືອງໆໄຊເສດຖາ, ມີທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າເມືອງ ພ້ອມດ້ວຍພະນັກງານ, ນັກກິລາ ແລະ ບັນດາກອງເຊຍ 2 ຝ່າຍ ເຂົ້າ​ຮ່ວມຢ່າງພ້ອມພຽງ.

 
ການ​ສ້າງຂະບວນການແຂ່ງຂັນກິລາໃນ​ຄັ້ງ​ນີ້ ​ແມ່ນໄດ້ແຂ່ງຂັນກິລາເຕະບານຊາຍ ແລະ ກິລາເຕະບານຍິງ. ສໍາລັບຜົນການແຂ່ງຂັນ ກິລາເຕະບານຊາຍ ແມ່ນທີມກະຊວງຍຸຕິທໍາ ສະເໝີ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາ 5 ປະຕູຕໍ່ 5. ສ່ວນຜົນການແຂ່ງຂັນ ກິລາເຕະບານຍິງ ແມ່ນທີມກະຊວງຍຸຕິທໍາ ເອົາຊະນະ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາໄດ້ 4 ປະຕູຕໍ່ 0.

ຂຽນຂ່າວ: ໄຊຍະສິດ       ຖ່າຍພາບໂດຍ: ຈັນທະວີສຸກ, ວຽງໄຊ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ