ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຕາງໜ້າອົງການມູນນິທິເອເຊຍ ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2019 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ຳນັບຂອງ ທ່ານ ທອດ ວັດເຊວ, ຜູ້ຕາງໜ້າອົງການມູນນິທິເອເຊຍ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ ຢູ່ ສປປ ລາວ.

ໃນໂອກາດການເຂົ້າຢ້ຽມຂໍ່ຳນັບໃນຄັ້ງນີ້ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນໂອກາດທີ່ທ່ານ ທອດ ວັດເຊວ ໄດ້ຮັບໜ້າທີ່ເປັນຜູ້ຕາງໜ້າອົງການມູນນິທິເອເຊຍ ແລະ ຍັງໄດ້ກ່າວຄຳຂອບໃຈມູນນິທິເອເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອກະຊວງຍຸຕິທຳໃນໄລຍະຜ່ານມາ ແຕ່ປີ 2014-2018 ໂດຍສະເພາະແມ່ນວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ທີ່ໄດ້ເສີມສ້າງຄວາມຮູ້ຄວາມສາມາດ ໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ເປົ້າໝາຍ ແລະ ສະໜັບສະໜູນຈັດຝຶກອົບຮົມວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໃຫ້ແກ່ທະນາຍຄວາມ ແລະ ພະນັກງານຍຸຕິທຳ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ເປັນແຂວງເປົ້າໝາຍ ແລະ ຫວັງຢ່າງຍິ່ງວ່າໃນອະນາຄົດອົງການມູນນິທິເອເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ການຈັດຕັ້ງປະຕິບັດວຽກງານຂອງກະຊວງຍຸຕິທຳ ທີ່ເປັນບາດກ້າວສຳຄັນໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ໃນໂອກາດດັ່ງກ່າວນີ້ ທ່ານ ທອດ ວັດເຊວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນແສນອົບອຸ່ນ ພ້ອມທັງຢືນຢັນສືບຕໍ່ເປັນຄູ່ຮ່ວມມືທີ່ດີ ແລະ ໃຫ້ການຊ່ວຍເຫຼືອຂະແໜງການຍຸຕິທຳຕໍ່ໄປ.

ຂ່າວ: ກົມຮ່ວມມືສາກົນ, ພາບ: ບຸນຖອມ