ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ

         ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ເດັກນ້ອຍ​ສາກົນວັນ​ທີ 1 ມິຖຸນາ ​ແລະ ວັນ​ສ​າກົນ​ຕ້ານ​ການ​ໃຊ້​ແຮງ​ງານ​ເດັກ ວັນ​ທີ 12 ມິຖຸນາ  ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າ​ຂອງວັນ​ທີ 30 ພຶດສະພາ 2018 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ ສອງ​ວັນ​ດັ່ງກ່າວຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ທ່ານ​ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າ-ຮອງຫົວໜ້າກົມ​, ຫົວໜ້າ-ຮອງ​ຫົວໜ້າພະ​ແນ​ກ ຕະຫຼອດພະນັກງານ​ລັດຖະກອນ ພ້ອມ​ດ້ວຍຫຼານນ້ອຍ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ​ໃນ​ພິທີ ທ່ານ ບຸນ​ສະຫວາດ​ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ໃຫ້ກຽດອ່ານ​ສານ​ອວຍພອນ​ວັນ​ເດັກ​ຂອງ​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ພ້ອມ​ດຽວກັນ​ນີ້​ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ການປາຖະກະຖາ​ຫວນ​ຄືນ​ມູນ​ເຊື້ອ ວັນ​ເດັກນ້ອຍສາກົນ ວັນ​ທີ 1 ມິຖຸນາ ​ແລະ ວັນສາກົນຕ້ານ​ການ​ໃຊ້​ແຮງ​ງານ​ເດັກ ວັນ​ທີ 12 ມິຖຸນາ ຊຶ່ງ​ເປັນ​ວັນ​ທີ່​ມີ​ຄວາມໝາຍຄວາມ​ສຳຄັນ​ທາງ​ດ້ານ​ປະຫວັດສາດກ່ຽວກັບ​ສິດທິຂອງ​ເດັກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປ້ອງ​ກັນ ​ແລະ ລຶບລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ການ​ໃຊ້​ແຮງ​ງານ​ ​ແລະ ການ​ຄ້າປະ​ເວ​ນີ​ເດັກ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ເດັກນ້ອຍ​ໄດ້​ຮັບ​ຄວາມ​ຮັກ​ທີ່​ອົບ​ອຸ່ນ​ ​ແລະ ການ​ເບິ່ງ​ແຍງ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຈາກ​ຄອບຄົວ, ຊຸມ​ຊົນ ​ແລະ ສັງຄົມ ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຕີບ​ໃຫຍ່​ກາຍ​ເປັນ​ຄົນ​ດີ​ຂອງ​ສົງ​ຄົມ ​ຊຶ່ງ​ຢູ່​ໃນ​ບັນດາປະ​ເທດ ກໍ​ໄດ້​ມີ​ການສະ​ເຫຼີມສະຫຼອງ ​ເຫັນ​ໄດ້​ຄວາມໝາຍ ​ແລະ ​ຄວາ​ມສຳຄັນ​ໃນວັນ​ດັ່ງກ່າວ ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ ສຳລັບ ສປປ ລາວ ພັກ ​ແລະ ລັດຖະບານ ກໍ​ໄດ້​​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສຳຄັນ​ໃນ​ວຽກງານ​ການ​ສົ່ງ​ເສີມ, ການ​ປົກ​ປ້ອງ ​ແລະ ພັດທະນາ​ເດັກ ​ໂດຍ​ມອບ​ໝາຍໃຫ້ອົງການ​ທີ່​ກ່ຽວຂ້ອງ ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ດັ່ງກ່າວ​ນີ້​ໃຫ້​ເປັນ​ຂະ​ບວນ​ຟົດ​ຟື້ນ.

        ຫຼັງຈາກ​ນັ້ນຜູ້​ເຂົ້າ​ຮ່ວມ ກໍ​ໄດ້​ຮັບ​ຊົມ​ການສະ​ແດງ​ສິລະ​ປະ​ຈາກຫຼານນ້ອຍ​ໂຮງ​ຮຽນອະນຸບານ ກະຊວງ​ສຶກສາ​ທິການ ​ແລະ ກິລາ  ​ແລະ ການ​ຈັດ​ກິດຈະກຳ​ຖາມ​-ຕອບ​ເພື່ອ​ຮັບ​ຂອງ​ລາງວັນ ​ເຊິ່ງບັນຍາກາດ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມວ່ນຊື່ນ.

 ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ

ພາບ ສົມ​ຫັວງ