ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ

     ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ເຕົ້າໂຮມຄວາມສາມັກຄີລະຫວ່າງພໍ່ແມ່, ລູກ, ຫຼານນ້ອຍ ກໍຄືພະນັກງານທັງໝົດຢູ່ກະຊວງຍຸຕິທໍາ ໃຫ້ເປັນຂະບວນການຟົດຟື້ນ  ແລະ ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໃນຕອນ​ເຊົ້າຂອງວັນທີ 31 ພຶດສະພາ 2017  ຢູ່ທີ່ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ພິທີສະເຫຼີມສະຫອງວັນທີ 1 ມີຖຸນາ (ວັນເດັກ ນ້ອຍສາກົນ) ປະຈໍາປີ 2017 ຄົບຮອບ 69 ປີ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມ​ຂອງ ​ທ່ານ ​ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຄະນະ​ພັກ, ​ຄະນະ​ນຳ, ພະນັກງານ-ລັດຖະກອນຂອງ​ກະຊວງ​ຍຸຕິ​ທຳ​ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍລູກຫຼານ ເຂົ້າ​ຮ່ວມ​ຢ່າງ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.

     ໃນພິທີ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທໍາ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ຊຶ່ງທ່ານໄດ້ຍົກໃຫ້ເຫັນສິດ ແລະ ຜົນປະໂຫຍດຂອງເດັກໃນ ດ້ານຕ່າງໆ ແນ່ໃສ່ເຮັດໃຫ້ເດັກ ມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

     ການຈັດກິດຈະກຳສະເຫຼີມສະຫອງວັນເດັກນ້ອຍສາກົນ ໃນຄັ້ງນີ້ ປະກອບດ້ວຍກິດຈະກໍາຫຼາຍຢ່າງ ເພື່ອສົ່ງເສີມພອນສະຫວັນຂອງເດັກ, ຄວາມສາມາດ ແລະ ຄວາມກ້າຫານຂອງເດັກ  ເປັນຕົ້ນ ການຕອບ ຄຳຖາມ, ການຮ້ອງເພັງ ສະແດງສິລະປະ ເພື່ອແລກເອົາຂອງຂັວນ ຫື ລາງວັນ.

 ຂຽນຂ່າວ: ໄຊຍະສິດ      ຖ່າຍພາບໂດຍ: ສົມຫັວງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ