ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ

     ຕອນເຊົ້າຂອງວັນທີ 3 ພຶດສະພາ 2017  ຢູ່ທີ່​ກະຊວງ​ຍຸຕິ​ທໍາ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກຳມະກອນ ສາກົນ ຄົບຮອບ 131 ປີ ໃຫ້ກຽດ​ເປັນ​ປະທານ ​ແລະ ປາຖະກະຖາ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີ​ບັນດາ​ຄະນະ​ພັກ-ຄະນະ​ນຳ ຕະຫຼອດຮອດ​ພະນັກງານ-ລັດຖະກອນ​ຂອງ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ.​

     ໃນ​ພິທີ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງຊົນຊັ້ນກຳມະກອນ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກັບການກົດຂີ່ຂູດຮີດແຮງງານ ຂອງຊົນຊັ້ນນາຍທຶນ ຢ່າງໜັກໜ່ວງ ໂດຍພາຍໃຕ້ແອກການປົກຄອງຂອງລະບອບນາຍທຶນ, ກຳມະກອນຖືກບັງຄັບ ໃຫ້ເຮັດວຽກມື້ໜຶ່ງ 12-15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານສຸດທີ່ລຳບາກຍາກເຂັນ ແລະ ມີຄວາມສ່ຽງສູງຕໍ່ຊີວິດ. ມາໃນວັນທີ 1 ພຶດສະພາ 1886 ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ລຸກຂຶ້ນຕໍ່ສູ້ປະທ້ວງ ໃຫ້ພວກນາຍທຶນ ຫຼຸດຊົ່ວໂມງເຮັດວຽກໃຫ້ກຳມະກອນ ເຮັດວຽກ 8 ຊົ່ວໂມງຕໍ່ມື້ ຄື: 8 ຊົ່ວ ​ໂມງ​​​ເຮັດວຽກ, 8ຊົ່ວ​ໂມງພັກຜ່ອນ ​ແລະ 8 ຊົ່ວ​ໂມງສຶກສາ​ຮ່ຳຮຽນ.

     ໃນ​ຕອນ​ທ້າຍ​ຂອງ​ພິທີ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງບັນດາພະນັກງານ-ລັດຖະກອນກະຊວງ​ຍຸຕິ​ທຳ ຈົ່ງເຊີດຊູມູນເຊື້ອອັນດີງາມຂອງວັນທີ 1 ພຶດສະພາ  ​ແລະ ​ເໜັ້ນ​ໃຫ້​ພະນັກງານ​ລັດ-ຖະກອນ​ກໍ​ຄື​ສະມາຊິກ​ກຳມະບານ​ທຸກ​ຄົນ​ພາຍ​ໃນ ​ກະຊວງ​ຍຸທຳ ຈົ່ງ​ເອົາ​ໃຈ​ໃສ່​ປະ​ກອບ​ສວ່ນ​ເຄື່ອນ​ໄຫວ​ວຽກງານ​ກຳມະບານ ​ແລະ ສ້າງ​ຂະ​ບວນການ​ແຂ່ງຂັນ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ, ມີ​ລະບຽບວິ​ໄນ ​ແລະ ປະຕິບັດ​ຂໍ້​​ແຂ່ງຂັນ 5 ​ເປັນ​ເຈົ້າ​ຂອງ​ສະຫະພັນ​ກຳມະບານ​ລາວ ​ວາງ​ອອກຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

ຂຽນຂ່າວ ອ່ອນ​ຄຳ     ຖ່າຍພາບ ສົມ​ຫັວງ, ສຸກ​ສາຄອນ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ