ກະຊວງຍຸຕິທຳ ຈັດພິທີປະກາດການຈັດຕັ້ງຂັ້ນກົມ

ກະຊວງຍຸຕິທຳ ຈັດພິທີປະກາດການຈັດຕັ້ງຂັ້ນກົມ

--------------------

      ໃນວັນທີ 21 ມິຖຸນາ 2024 ກະຊວງຍຸຕິທຳ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມຂຶ້ນ, ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ; ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕີທຳ, ມີທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ,ຮອງຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຂອງກະຊວງຍຸຕິທຳ ເຂົ້າຮ່ວມ.

        ໃນພິທີ ທ່ານ ຄຳເສີດ ວິລະພັນ ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ໂດຍມີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ທ່ານ ໄທ ລໍເບຼຍຢາວ ຫົວໜ້າກົມທະບຽນສານ ແລະ ພະນັກງານຂັ້ນຮອງກົມ ຂອງກະຊວງຍຸຕິທຳອີກຈຳນວນໜຶ່ງ. ຈາກນັ້ນ ກໍໄດ້ຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸລິຍາ ສີດາວົງ ເປັນຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ ທັງເປັນ ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ; ແຕ່ງຕັ້ງ ທ່ານ ປອ. ປະເສີດ ສະຫວ່າງດີ ເປັນຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ທັງເປັນ ເລຂາຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດ; ແຕ່ງຕັ້ງ ທ່ານ ບຸນທິດາ ພົມສະຫວັນ ເປັນຫົວໜ້າກົມທະບຽນສານ ທັງເປັນ ເລຂາໜ່ວຍພັກຮາກຖານກົມທະບຽນສານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງ ທ່ານ ພັນໂນລາ ທອງຈັນ ຮອງຫົວໜ້າກົມກົດໝາຍ ເປັນວ່າການຫົວໜ້າກົມກົດໝາຍ ທັງເປັນເລຂາໜ່ວຍພັກຮາກຖານກົມກົດໝາຍ; ແຕ່ງຕັ້ງ ທ່ານ ແຊມລີ ຢ່າງກົງຈີ ຮອງເລຂາໜ່ວຍພັກ ເປັນເລຂາໜ່ວຍພັກບໍລິຫານ ຂຶ້ນກັບຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດ ແລະ ແຕ່ງຕັ້ງ ທ່ານ ບຸນທະວີ ອິນສົມດີ ສະມາຊິກພັກສົມບູນ ຂຶ້ນເປັນຮອງເລຂາໜ່ວຍພັກຮາກຖານ ທັງເປັນຜູ້ກວດກາໜ່ວຍພັກຮາກຖານກົມທະບຽນສານ.

       

          ໃນຕອນທ້າຍ ທ່ານ ປະທານ ໄດ້ຊົມເຊີຍຜູ້ທີ່ອອກພັກການຮັບອຸດໜູນບໍານານນີ້. ເຊິ່ງບັນດາສະຫາຍໄດ້ປະກອບສ່ວນສ້າງຜົນງານດີເດັ່ນໃນໄລຍະຜ່ານມາ ເປັນເຈົ້າການນໍາພາຊີ້ນໍາຈັດຕັ້ງປະຕິບັດວຽກງານຕົວຈິງ, ມີຫົວຄິດປະດິດສ້າງ, ມີການປັບປຸງແບບແຜນວິທີເຮັດວຽກ ເຮັດໃຫ້ວຽກງານຂອງຂະແໜງຍຸຕິທໍາບັນລຸເປົ້າໝາຍ ເຊິ່ງສ່ອງແສງໃຫ້ເຫັນຜົນງານອັນດີເດັ່ນ ທີ່ຈັດຢູ່ໃນປະເພດແຂງ (ປະເພດ 1). ສໍາລັບສະຫາຍທີ່ຮັບໜ້າທີ່ໃໝ່ ໃຫ້ສືບຕໍ່ມູນເຊື້ອອັນດີງາມ ສືບທອດພາລະກິດ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງກົມ, ຂອງໜ່ວຍພັກຕົນ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜນ, ນໍາພາພະນັກງານ-ລັດຖະກອນ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ໃຫ້ເອົາໃຈໃສ່ຕິດຕາມຕິດແທດຕໍ່ສະພາບເສດສະກິດຂອງພະນັກງານ ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ ເຮັດໜ້າທີ່ເປັນເສນາໃຫ້ຄະນະພັກຄະນະນໍາ ແລະ ຕ້ອງຕັດສິນໃຈເດັດຂາດ ເຂັ້ມງວດ ໃນການແກ້ໄຂຂໍ້ຄົງຄ້າງໃນວຽກງານຕົນ.

ຂ່າວ-ພາບ: ກະຊວງຍຸຕິທໍາ