ກະຊວງຍຸຕິທຳ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ດໍາລັດວ່າດ້ວຍພາລະກອນ ຊຸດທີ2

ກະຊວງຍຸຕິທຳ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ດໍາລັດວ່າດ້ວຍພາລະກອນ

*****************

     ຕອນເຊົ້າວັນທີ 5 ກໍລະກົດ 2024 ທີ່ຫ້ອງປະຊຸມສະຖາບັນຍຸຕິທໍາແຫ່ງຊາດ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນທາ ຊົງເຢີທ່າວ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມມີສະຫາຍ ເກດສະໜາ ພົມມະຈັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ພ້ອມດ້ວຍບັນດາສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.

       ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ໄດ້ຮັບຮູ້, ເຂົ້າໃຈ ເປັນເອກະພາບ, ກຳແໜ້ນຢ່າງເລິກເຊິ່ງ ແລະ ມີສະຕິຕື່ນຕົວສູງຂຶ້ນກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ, ແນໃສ່ເຮັດໃຫ້ມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ເປັນເອກະພາບໃນທົ່ວພັກ; ນອກນັ້ນ, ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳໄດ້ຫຼັກການ, ລະບຽບການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ວຽກງານຫັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ວຽກງານພາລະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວດຳເນີນໄປຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມເປັນເອກະພາບ, ມີປະສິດທິຜົນ ແນໃສ່ເຮັດໃຫ້ຫົວໜ່ວຍວິຊາການມີຄວາມເປັນເຈົ້າຕົນເອງ, ສົ່ງເສີມ, ຍົກສູງຄວາມຮັບຜິດຊອບ ແລະ ພັດທະນາໃຫ້ມີຄວາມຍືນຍົງ, ສາມາດໃຫ້ການບໍລິການດ້ານວິຊາການ ຢ່າງມີຄຸນນະພາບ ແລະ ແນໃສ່ຮັບປະກັນໃຫ້ພາລະກອນ ໄດ້ຮັບການຄຸ້ມຄອງ ແລະ ພັດທະນາໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ຊຶ່ງເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI; ດຳລັດ ສະບັບເລກທີ 282/ລບ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ສະບັບເລກທີ 283/ລບ ວ່າດ້ວຍພາລະກອນ.

        ໃນກອງປະຊຸມ ສະຫາຍ ບຸນທາ ຊົງເຢີທ່າວ ປະທານກອງປະຊຸມ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການປະຕິຮູບລັດວິສາຫະກິດ, ການຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳ ຕາມມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ ແລະ ບັນຫາອື່ນໆທີ່ສຳຄັນ. ຈາກນັ້ນ, ສະຫາຍ ເກດສະໜາ ພົມມະຈັນ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດເຜີຍແຜ່ ດຳລັດ ສະບັບເລກທີ 282/ລບ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ສະບັບເລກທີ 283/ລບ ວ່າດ້ວຍພາລະກອນ ຕື່ມອີກ.

ຂ່າວ-ພາບ: ກະຊວງຍຸຕິທໍາ