ກະຊວງຍຸຕິທຳຫວນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີຫວນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ (1955-2019) ຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2019 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສີ ສັນຕິວົງເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນ ສະມາຊິກແມ່ຍິງ ເຂົ້າຮ່ວມຈຳນວນ 168 ທ່ານ, ຍິງ 81 ທ່ານ.

ໃນພິທີ ທ່ານ ນາງ ສຸກວາລີ ພົມມະໄຊສີ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ ຂຶ້ນຜ່ານໄດ້ບົດສະຫຼຸບລາຍງານ ກາານຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍການເປີດບັ້ນແຂ່ງຂັນຂອງແຕ່ລະໜ່ວຍ ທີ່ຂຶ້ນກັບກະຊວງຢ່າງເປັນຂະບວນການຟົດຟື້ນ ໂດຍປະຕິບັດຕາມແຜນກໍ່ສ້າງພະນັກງານເພດຍິງຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນຖັນແຖວພະນັກງານ ໂດຍສະເພາະສະມາຊິກສະຫະພັນແມ່ຍິງທີ່ຂຶ້ນກັບກະຊວງຍຸຕິທຳ. ໃນໄລຍະ 1 ປີ ຜ່ານມາ ສະມາຊິກສະຫະພັນແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ. ນອກນັ້ນ, ຍັງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນເງື່ອນໄຂໃໝ່ ພາຍໃຕ້ຄຳຂວັນເຮັດໃຫ້ປະຊາຊົນຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີ, ປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຈາກນັ້ນ, ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ ກໍໄດ້ເລົ່າປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງ ຕໍ່ພາລະກິດປະຫວັດສາດຂອງການປະຕິວັດລາວ ນັບແຕ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ, ພັກກໍໄດ້ເອົາໃຈໃສ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ. ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ ເທື່ອລະກ້າວ. ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ. ຕົວເມືອງ. ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກ້ວາງຂວາງ. ວັນທີ 20 ກໍລະກົດ 1955 ພັກຈຶ່ງໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຈົນເຖິງປັດຈຸບັນ.
ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ໃນກົດລະບຽບ, ໂຄງການດຳເນີນງານຂອງຕົນ ແລະ ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ.

ໃນຕອນທ້າຍພິທີທ່ານປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະສະຫະພັນແມ່ຍິງກະຊວງ ຄື:
1. ສືບຕໍ່ຮັກສາມູນເຊື້ອຂໍ້ແຂ່ງຂັນຄວາມສາມມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ;
2. ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ;
3. ແຂ່ງຂັນພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ ຫຼື ທາງດ້ານວຽກງານຕ່າງໆ;
4. ຕ້ານ ແລະ ສະກັດກັ້ນ ແນວຄິດຈົ່ງຈຽມ, ກ້າສະແດງຄວາມຄິດຄວາມເຫັນໃນການປະກອບສ່ວນເຂົ້າໃນໜ້າທີ່ວຽກງານ;
5. ສືບຕໍ່ເປັນເຈົ້າການເຂົ້າຮ່ວມຂະບວນການທີ່ກະຊວງຈັດຂຶ້ນທຸກຂະບວນການດ້ວຍບັນຍາກາດອັນຟົດຟື້ນ;
6. ເພີ່ມທະວີການເຄື່ອນໄຫວວຽກງານດ້ານວິຊາສະເພາະ ຂອງແມ່ຍິງໃຫ້ໄດ້ຮັບຜົນສຳເລັດຍິ່ງຂຶ້ນກ່ວາເກົ່າ ພ້ອມທັງເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນເອງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍ. 

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ