ກະຊວງຍຸຕິທຳປາຖະກະຖາຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 133 ປີ

ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 133 ປີ (1/5/1886-1/5/2019) ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານພາຍໃນກະຊວງເຂົ້າຮ່ວມທັງໝົດ 172 ທ່ານ, ຍິງ 86 ທ່ານ.

ໃນພິທີ ທ່ານປະທານກໍໄດ້ໃຫ້ກຽດເລົ່າມູນເຊື້ອວັນກຳມະກອນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ ມີເນື້ອໃນເລິກເຊິ່ງ, ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອວັນກຳມະກອນສາກົນ, ການເຕີບໃຫຍ່ຂະຫຍາຍຕົວຂອງກຳມະກອນສາກົນ ຕິດພັນກັບການເຕີບໃຫຍ່ຂະຫຍາຕົວຂອງຊົນຊັ້ນກຳມະກອນລາວ ແລະ ຜົນງານການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຊົນຊັ້ນກຳມະກອນລາວ. ນອກນັ້ນ, ຍັງເປັນການຂະຫຍາຍທາດແທ້, ມູນເຊື້ອປະຕິວັດ ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ໃຫ້ມີຄວາມບຸກບືນ ຕັ້ງໜ້າປະກອບສ່ວນໃນການເຄື່ອນໄຫວວຽກງານກຳມະບານ ແລະ ເພື່ອປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ, ມີລະບຽບວິໄນໃນການອອກແຮງງານ ແລະ ປະຕິບັດ ຕາມຄຳຂັວນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ.

ວັນກຳມະສາກົນ ເປັນວັນປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ ແລະ ພາລະກຳປະຫວັດສາດຂອງຂະບວນການກຳມະກອນສາກົນ ເປັນການຕໍ່ສູ້ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ທີ່ມີລັກສະນະດີເລີດຂອງຊົນຊັ້ນກຳມະກອນ 133 ປີ. ກຳມະກອນລາວໄດ້ປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກຳມະກອນລາວ. ນອກນັ້ນ, ທ່ານປະທານກໍໄດ້ເຜີຍແຜ່ບົດລາຍງານຂອງທ່ານປະທານສູນກາງແນວລາວສ້າງຊາດ ແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.

ໃນຕອນທ້າຍພິທີທ່ານປະທານກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມພິທີ ດັ່ງນີ້: 1). ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ ແລະ ຮັກອາຊີບຍຸຕິທຳ; 2). ເອົາໃຈໃສ່ປະຕິບັດລະບຽບວິໄນ ກໍຄືລະບຽບລັດຖະກອນ; 3.) ສຸມໃສ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບ; 4). ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີທັງພາຍໃນ ແລະ ພາຍນອກ; 5). ເອົາໃຈໃສ່ຮັກສາຄວາມສະຫງົບພາຍໃນຂອງແຕ່ລະກົມກອງ ກໍຄືພາຍໃນກະຊວງ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ