ກະຊວງຍຸຕິທຳ ມອບເງິນນະໂຍບາຍສົມທົບປຸກສ້າງສ້ອມແປງເຮືອນໃຫ້ພະນັກງານບຳນານ

    ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 272/ລບ, ລົງວັນທີ 16 ກັນຍາ 2015 ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ, ເພື່ອລະນຶກເຖິງຄຸນງາມຄວາມດີໃນການປະກອບສ່ວນພາລະກິດຮັບໃຊ້ຊາດ, ຮັບໃຊ້ພໍ່ແມ່ປະຊາຊົນ ຂອງຜຸ້ເຂົ້າການປະຕິວັດນັບແຕ່ປີ 1972 ເປັນຕົ້ນມາ.
    ຕອນເຊົ້າຂອງວັນທີ 20 ທັນວາ 2017 ຢູ່ທີ່ກົມຈັດຕັ້ງ-ພະນັກງານກະຊວງຍຸຕິທຳໄດ້ຈັດພິທີມອບເງິນສົມທົບປຸກສ້າງສ້ອມແປງເຮືອນ ໃຫ້ທ່ານ ຈັນພອນ ຫງຽມຈະເລີນ ພະນັກງານບຳນານປະຈຳປີ 2017, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກ ພະແນກນະໂຍບາຍ ແລະ ຍ້ອງຍໍ, ຫ້ອງການ ແລະ ກົມກວດກາເຂົ້າຮ່ວມເປັນສັກຂີພະຍານ. 

 

    ໃນພິທີ ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານກະຊວງຍຸຕິທຳ ກໍໄດ້ຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 4197/ຮສສ, ລົງວັນທີ 15 ພະຈິກ 2017 ວ່າດ້ວຍການປະຕິບັດນະໂຍບາຍເງິນສົມທົບປຸກສ້າງສ້ອມແປງເຮືອນປະຈຳປີ 2017 ໃຫ້ທ່ານ ຈັນພອນ ຫງຽມຈະເລີນ ພະນັກງານບຳນານເປັນຈຳນວນເງິນທັງໝົດ 30.000.000 ກີບ (ສາມສິບລ້ານກີບ) ຈາກນັ້ນທ່ານ ຈັນພອນ ຫງຽມຈະເລີນ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການນຳກະຊວງຍຸຕິທຳກໍຄືພັກ-ລັດທີ່ໄດ້ມອບເງິນສົມທົບປຸກສ້າງສ້ອມແປງເຮືອນໃຫ້ແກ່ຜູ້ກ່ຽວຊຶ່ງມັນສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ, ຂອງລັດຕໍ່ພະນັກງານບຳນານຈຳນວນດັ່ງກ່າວທີ່ມີຜົນງານໃນການຮັບໃຊ້ຊາດຮັບໃຊ້ປະຊາຊົນ.

     ຕອນທ້າຍຂອງພິທີທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານກໍໄດ້ມອບເງິນໃຫ້  ທ່ານຈັນພອນ ຫງຽມຈະເລີນພ້ອມທັງມີການເຊັນບົດບັນທຶກການມອບ-ຮັບ.

ຂ່າວໂດຍ: ສີປະໄພ ເພັດປະທຸມມາ 

ພາບໂດຍ: ສົມຫວັງບົວລະພັນ