ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການກູ້ຢືມ ແລະ ການຄໍ້າປະກັນ

ໃນຕອນເຊົ້າຂອງວັນທີ 11 ເມສາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການກູ້ຢືມ ແລະ ການຄໍ້າປະກັນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ສະພາແຫ່ງຊາດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ທະນາຄານ ແຫ່ງ ສປປ ລາວ, ສະຖາບັນການເງິນ, ບໍລິສັດເຊົ່າສິນເຊື່ອ, ໂຮງຊວດຈໍາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 16 ທ່ານ. 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ກໍານົດຫຼັກການ, ລະບຽບການກ່ຽວກັບການຄໍ້າປະກັນ ຊຶ່ງປະກອບມີ 4 ໝວດ 55 ມາດຕາ ຊຶ່ງເປັນການປັບປຸງມາຈາກກົດໝາຍວ່າດ້ວຍ ການຄໍ້າປະກັນການປະຕິບັດສັນຍາ ແລະ ດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດການຄໍ້າປະກັນການປະຕິບັດສັນຍາ. ໃນພາກນີ້ນອກ ຈາກຈະປັບປຸງເນື້ອໃນໃຫ້ສອດຄ່ອງແລ້ວ ຍັງໄດ້ປ່ຽນຄໍາສັບ “ການຊວດຈໍາ ຫຼື ການຄໍ້າປະກັນດ້ວຍສັງຫາລິມະຊັບ”, ມາເປັນ “ຈໍານໍາ” ແລະ ການຄໍ້າປະກັນດ້ວຍອະສັງຫາລິມະຊັບ” ມາເປັນ “ຈໍານອງ”, ສ່ວນການຄໍ້າປະກັນດ້ວຍບຸກຄົນ ຫຼື ນິຕິບຸກຄົນອື່ນ ຍັງຮັກສາໄວ້ຄືເກົ່າ. ໃນພາກຄໍ້າປະກັນ ເປັນພາກໜຶ່ງທີ່ມີຄວາມໝາຍ, ຄວາມສໍາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນລາວ. ການຊວດຈໍາ ແມ່ນຮູບການໜຶ່ງທີ່ປະຊາຊົນລາວເຄີຍປະຕິບັດກັນມາ ຊຶ່ງຕິດພັນກັບການຄ້າຂາຍ, ແລກປ່ຽນ ແລະ ບໍລິການມາແຕ່ດົນນານ; ແນ່ນອນແລ້ວວ່າການປັບປຸງກົດໝາຍ ກໍຄືປະມວນກົດໝາຍແພ່ງ ພວກເຮົາພະຍາຍາມຖອດຖອນບົດຮຽນທີ່ດີຂອງສາກົນກ່ຽວກັບການຄໍ້າປະກັນເຂົ້າໃນປະມວນກົດໝາຍແພ່ງ ເພື່ອຊຸກຍູ້ ແລະ ສົ່ງເສີມການເຂົ້າເຖິງສິນເຊື່ອ ເພື່ອການທໍາມາຫາກິນ, ການຜະລິດ, ການດໍາເນີນທຸລະກິດຄ້າຂາຍຂອງປະຊາຊົນທຸກລະດັບ ລວມທັງການຊຸກຍູ້ ແລະ ສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ.
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງການກູ້ຢືມ ແລະ ການຄໍ້າປະກັນແລ້ວ, ເພື່ອເຮັດໃຫ້ການກູ້ຢືມ ແລະ ການຄໍ້າປະກັນ ມີຄວາມຖືກຕ້ອງສົມບູນກວ່າເກົ່າ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ຂ່າວ-ພາບ: ຂົນ ບຸນທິສານ