ກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານໃຫ້ແກ່ນັກສຶກສາກົດໝາຍປີ 3 ຢູ່ສະຖາບັນຍຸຕິທຳພາກໃຕ້

ເພື່ອປະຕິບັດຕາມຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການຍຸຕິທຳຮາກຖານ ປະຈຳປີ 2019 ຢູ່ທີ່ສະຖາບັນຍຸຕິທຳພາກໃຕ້ ແຂວງ ຈຳປາສັກ ໄດ້ເປີດກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານໃຫ້ແກ່ນັກສຶກສາກົດໝາຍ ປີ 3 ໃນລະຫວ່າງວັນທີ 7-8 ມັງກອນ 2019 ໂດຍການເປັນປະທານຂອງ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ມີ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຍຸຕິທຳພາກໃຕ້, ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ແລະ ນັກສຶກສາກົດໝາຍປີສຸດທ້າຍ ເຂົ້າຮ່ວມ ຈຳນວນ 121 ຄົນ, ຍິງ 43 ຄົນ.

ໃນກອງປະຊຸມ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຍຸຕິທຳພາກໃຕ້ ໄດ້ກ່າວວ່າ ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 29 ກນຍາ 2009 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ວຽກງານຍຸຕິທຳຮາກຖານ ໃຫ້ມີຄຸນນະພາບ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ເພື່ອກະກຽມເງື່ອນໄຂ ແລະ ວຽກງານຕ່າງໆ ໃນການຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2019; ພ້ອມທັງ ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຂະແໜງຍຸຕິທຳໃຫ້ດີຂຶ້ນກວ່າເກົ່າ ແລະ ປະສານສົມທົບກັບພາກສ່ວນຕ່າງໆຢ່າງກົມກຽວ ເພື່ອຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປິ 2019 ໃຫ້ໄດ້ຮັບຜົນດີກວ່າເກົ່າ ແລະ ເຮັດໃຫ້ວຽກງານຍຸຕິທຳ ກາຍເປັນຂະບວນການລວມ ເພື່ອຂໍ່ານັບຮັບຕ້ອງກອງປະຊຸມສາມຂັ້ນຂອງພັກ.

ກອງປະຊຸມໃນຄັ້ງນີ້ ນັກສຶກສາກົດໝາຍປີສຸດທ້າຍ ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄາດໝາຍຂອງວຽກງານຍຸຕິທຳຮາກຖານ ປະຈຳປີ 2019 ຊຶ່ງໃນນັ້ນ ໄດ້ເນັ້ນໜັກ 5 ວຽກງານສຳຄັນ ຄື: 1) ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ ສ້າງສະຕິເຄົາລົບກົດໝາຍ; 2) ວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ; 3) ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; 4) ວຽກງານຍຸຕິທຳເດັກ ແລະ 5) ວຽກງານສ້າງບຸກຄະລາກອນກົດໝາຍ ໃຫ້ຮາກຖານບ້ານ, ກຸ່ມບ້ານ ແລະ ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍ ຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມທັງ ໄດ້ຮຽນຮູ້ກ່ຽວກັບເຕັກນິກວິທີການໂຄສະນາເຜີຍແຜ່ກົດໝາຍ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ, ການເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ການເຂົ້າຮ່ວມການປັບປຸງວຽກງານໜ່ວຍໄກ່ເກ່ຍຂັ້ນບ້ານ ແລະ ວຽກງານອື່ນໆ. ທັງໝົດນັ້ນ ເພື່ອສ້າງຄວາມເຂົ້າໃຈ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ນັກສຶກສາກົດໝາຍປີສຸດທ້າຍ ໄດ້ເຂົ້າຮ່ວມຂະບວນການວຽກງານຍຸຕິທຳ ປະຈຳປີ 2019 ຢ່າງເປັນຂະບວນຟົດຟື້ນ; ຊຶ່ງນັກສຶກສາກົດໝາຍ ຈະໄດ້ລົງຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ເລີ່ມແຕ່ວັນທີ 14 ມັງກອນ ເຖິງເດືອນ ມີນາ 2019 ຢູ່ ສາມແຂວງ ຄື: ແຂວງຈຳປາສັກ, ອັດຕະປຶ ແລະ ເຊກອງ.

ຕອນທ້າຍ ທ່ານ ປະທານກອງປະຊຸມ ໄດ້ກ່າວວ່າ ຂໍໃຫ້ນັກສຶກສາກົດໝາຍປີສຸດທ້າຍ ຈົ່ງກຽມຈິດໃຈປະສານສົມທົບຮ່ວມກັບຄະນະຮັບຜິດຊອບ ແລະ ພະນັກງານຂອງບັນດາຫ້ອງການຍຸຕິທຳເມືອງ ເພື່ອລົງກໍ່ສ້າງຮາກຖານການເມືອງ ແລະ ໃຫ້ຄວາມຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດເມືອງຂອງແຂວງທີ່ຕົນຮັບຜິດຊອບ ພ້ອມທັງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງດ້ານຕ່າງໆ ດ້ວຍການເຂົ້າຮ່ວມທຸກຂະບວນການຂອງວຽກງານຍຸຕິທຳຮາກຖານ ໃຫ້ມີຜົນສຳເລັດສູງ.

ພາຍຫຼັງທີ່ສຳເລັດການແນະນໍາວຽກງານດັ່ງກ່າວ ຢູ່ ສະຖາບັນຍຸຕິທຳພາກໃຕ້ແລ້ວ ຄະນະຮັບຜິດຊອບວຽກງານຍຸຕິທຳຮາກຖານ ຈະໄດ້ລົງເຄື່ອນໄຫວແນະນໍານັກສຶກສາປີສຸດທ້າຍ ຢູ່ສະຖາບັນຍຸຕິທຳພາກກາງ ທີ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 9-10 ມັງກອນ 2019.

ຂຽນຂ່າວ-ຖ່າຍພາບ: ສື່ມວນຊົນກະຊວງຍຸຕິທຳ