ກອງປະຊຸມເປີດກວ້າງວຽກງານຍຸຕິທຳຂອງບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ III

     ທ້າຍເດືອນກັນຍາທີ່ຜ່ານມາ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມເປີດກວ້າງວຽກງານຍຸຕິທຳ ຂອງບັນດາແຂວງຊາຍແດນລາວ-ຫວຽດນາມ ຂຶ້ນຢູ່ທີ່ແຂວງແທງຮ່ວາ ປະເທດ ຫວຽດນາມ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ເລແທງ ລອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີວ່າການກະ ຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຮ່າຮຸ່ງເກືອງ ອະດິດລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກຍຸຕິທຳແຂວງທີ່ມີຊາຍແດນຕິດຈອດ ແລະ ບໍ່ຕິດຈອດຂອງສອງປະເທດເຂົ້າຮ່ວມ 130 ກວ່າທ່ານ.

     ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານ, ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບການພົວພັນຮ່ວມມືວຽກງານໃນແຕ່ລະດ້ານຂອງຂະແໜງຍຸຕິທຳລະຫວ່າງສອງປະເທດ ເປັນຕົ້ນ ແມ່ນການຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິ ບັດຜົນຂອງກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງລາວ-ຫວຽດນາມ ໃນຄັ້ງທີ II ທີ່ຜ່ານມາ ເປັນຕົ້ນ ວຽກງານການຄຸ້ມຄອງການຍົກຍ້າຍຖິ່ນຖານແບບເສລີຂອງພົນລະ​ເມືອງ​ທີ່​ດຳລົງຊີວິດຢູ່ ແລບຕາມຊາຍແດນ, ການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ ສອງຊາດ ລາວ-ຫວຽດນາມ, ການຈົດທະບຽນການແຕ່ງດອງ, ວຽກງານສັນຊາດ, ວຽກງານການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ວຽກງານການກໍ່ສ້າງ ພະນັກງານ ແລະ ນັກສຶກສາກົດໝາຍຂອງສອງປະເທດ.

     ໃນກອງປະຊຸມທັງສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບກັນໃນການຮ່ວມມືຈັດຕັ້ງປະຕິບັດບັນດາຂໍ້ສະເໜີທີ່ສອງກະຊວງໄດ້ຍົກມາແລກປ່ຽນໃຫ້ມີປະສິດທິພາບ​ ສາມາດແກ້ໄຂການຍົກຍ້າຍຖິ່ນຖານ, ການແຕ່ງດອງທີ່ບໍ່ຖືກຕ້ອງ ຕາມກົດໝາຍຂອງພົນລະເມືອງ ສອງຊາດລາວ-ຫວຽດນາມ; ການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ວ່ອງໄວ ແລະ ຖືກຕ້ອງຕາມຕົວຈິງ, ຍູ້ແຮງການຊີ້ນຳ-ນຳພາຂອງອຳນາດການປົກຄອງທ້ອງຖິ່ນ, ບັນດາພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ໃຫ້ເພີ່ມທະວີແກ້ໄຂບັນຫາດັ່ງກ່າວແກ່ພົນລະເມືອງຢ່າງຖືກຕ້ອງບົນພື້ນຖານກົດໝາຍ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ຢູ່ແລບຕາມ ຊາຍແດນໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມກົດໝາຍໃຫ້ຖືກຕ້ອງ.

     ປະທານ​ກອງ​ປະຊຸມທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມທີ່ເຕັມໄປດ້ວຍບັນຍາກາດອັນດີ, ມິດຕະພາບ, ຄວາມສາມັກຄີອ້າຍນ້ອງດ້ວຍຈິດໃຈຄວາມຮັບຜິດຊອບສູງ ສາມາດຈັດຕັ້ງກອງປະຊຸມເປີດກວ້າງວຽກງານ ຍຸຕິທຳຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ​ໄດ້ສໍາເລັດຕາມລະດັບຄາດໝາຍ; ພາຍຫຼັງສຳເລັດກອງປະຊຸມ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມືືລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ  ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ກ່ຽວກັບການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ສະຖາບັນຍຸຕິທຳແຫ່ງຊາດລາວ, ບົດບັນທຶກການຮ່ວມມືໃນປີ 2017 ກ່ຽວກັັບວຽກງານຍຸຕິທຳຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ແລະ ບົດບັນທຶກການຮ່ວມມືລະ ຫວ່າງ ມະຫາວິທະຍາໄລກົດໝາຍຂອງ​ ສສ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດລາວ ແຕ່ປີ 2016 ຫາ ປີ 2020.

 

ພາບ: ຄຳ​ພອນ+ ວຽງ​ໄຊ, ຂ່າວ: ຄຳ​ພອນ ທ່າວ