ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2019 ຢູ່ທີ່ີ ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີຮອງລັດຖະມົນຕີ, ຄະນະໜ່ວຍພັກ, ສະມະຊິກພັກ ພ້ອມດ້ວຍບັນດາພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຈັດກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນບັນດາແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນ ເນື້ອໃນກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ການພັດທະນາຊົນນະບົດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແບ່ງຂັ້ນຄຸ້ມຄອງລະບົບການບໍລິຫານລັດ, ການດຳເນີນຄະດີຕາມຂະບວນການຍຸຕິທຳຢູ່ປະເທດເຮົາໃນສະພາບປັດຈຸບັນ ທັງເປັນການຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບການເມືອງຂອງອົງຄະນະພັກຂັ້ນຕ່າງໆ, ສະມາຊິກແຕ່ລະສະຫາຍ ໃນການຊີ້ນຳ-ນຳພາ ແກ້ໄຂໃຫ້ທົ່ວເຖິງໃນການປະຕິບັດຕົວຈິງ, ຮັບປະກັນການສືບຕໍ່ຈັດຕັ້ງບັນດາຄາດໝາຍທີ່ສູ້ຊົນທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ບຸນຖອມ ພະສະແຫວງ