ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ.

ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ(ASLOM) ຄັ້ງທີ 18 ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10/2018 ຢູ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ.

ໃນກອງປະຊຸມ ທ່ານ ນາງ ດາທຸກ ສີທີ ໄຊນາບ ໂອມຣາ (Datuk Siti Zainab Omar) ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສກົດໝາຍ ປະເທດມາເລເຊຍ, ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17 ຊຶ່ງແມ່ນປະເທດມາເລເຊຍເປັນເຈົ້າພາບ ໄດ້ລາຍງານກ່ຽວກັບການຈັດຕັ້ງຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17. ພ້ອມກັນນັ້ນ, ກອງປະຊຸມໄດ້ຕົກລົງແຕ່ງຕັ້ງປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18, ຊຶ່ງກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງພະນະທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ມີບັນດາທ່ານຜູ້ຕາງໜ້າຈາກກະຊວງຍຸຕິທຳ, ອົງການໄອຍະການສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຈາກປະເທດອາຊຽນ ເຂົ້າຮ່ວມທັງໝົດ 120 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສືບຕໍ່ພິຈາລະນາ, ປຶກສາຫາລື ແລະ ຄົ້ນຄ້ວາຫົວຂໍ້ຕ່າງໆ ທີ່ໄດ້ຮັບຮອງໂດຍປະເທດສະມາຊິກອາຊຽນ ຊຶ່ງໃນນີ້ບາງບັນຫາເປັນພຽງການລາຍງານຕໍ່ກອງປະຊຸມເທົ່ານັ້ນ ແຕ່ບາງບັນຫາກໍຕ້ອງໄດ້ສືບຕໍ່ພິຈາລະນາ ຊຶ່ງມີເນື້ອໃນ ດັ່ງນີ້:
1. ການຍົກລະດັບສົນທິສັນຍາພະຫຸພາຄີວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນເລື່ອງອາຍາ ເປັນສົນທິສັນຍາອາຊຽນ;
2. ການຮ່າງສົນທິສັນຍາຕົວແບບວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ;
3. ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານກົດໝາຍແພ່ງ ແລະ ການຄ້າໃນບັນດາປະເທດສະມາຊິກອາຊຽນ;
4. ການພັດທະນາການສ້າງຄວາມກົມກ່ຽວ ແລະ ຄວາມເປັນເອກະພາບໃຫ້ແກ່ກົດໝາຍການຄ້າຂອງອາຊຽນ;
5. ການໂອນຕົວນັກໂທດ ແລະ ຜູ້ຖືກຕັດສີນລົງໂທດ;
6. ການເປີດເສລີ ການບໍລິການທາງດ້ານກົດໝາຍ;
7. ການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຂໍ້ມູນ ຂ່າວສານຂອງບັນດາປະເທດສະມາຊິກອາຊຽນ.

ພາຍຫຼັງທີ່ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ, ທ່ານປະທານກໍໄດ້ນໍາພາກອງປະຊຸມພິຈາລະນາທົບທວນຫົວຂໍ້ຕ່າງໆ ຊຶ່ງບັນດາຫົວໜ້າຄະນະຜູ້ແທນຈາກປະເທດອາຊຽນ ກໍໄດ້ພັດປ່ຽນກັນປະກອບຄຳເຫັນໃສ່ຫົວຂໍ້ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພື່ອບັນລຸຈຸດປະສົງ ແລະ ນຳເອົາຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ລາຍງານຕໍ່ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຊຶ່ງຈະໄຂຂຶ້ນໃນວັນທີ 12 ຕຸລາ 2018 ນີ້ ເພື່ອອອກຖະແຫຼ່ງການຮ່ວມ ລະຫວ່າງ ລັດຖະມົນຕີກົດໝາຍຂອງບັນດາປະເທດສະມາຊິກອາຊຽນ ພາຍຫຼັງທີ່ໄດ້ຮັບຮອງຫົວຂໍ້ຕ່າງໆຮ່ວມກັນ.