ກອງປະຊຸມສໍາມະນາກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກໍາມະການຕັດສີນ

ໃນຕອນບ່າຍຂອງວັນທີ 2 ພຶດສະພາ 2019 ທີ່ຜ່ານມານີ້, ຢູ່ທີ່ໂຮງແຮມແກຣນວຽງຈັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກຳມະການຕັດສີນຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ, ທ່ານ ສາດສະດາຈານ ດົງກີລີຈາກວິທະຍາໄລ ກົກມິນ ສ ເກົາຫຼີ ພ້ອມດ້ວຍຄະນະ, ມີຕາງໜ້າຈາກບັນດາກະຊວງ, ອົງການ ແລະ ຂະແໜງການທຸລະກິດເຂົ້າຮ່ວມຈຳນວນ 35 ທ່ານ, ຍິງ 12 ທ່ານ.

ຈຸດປະສົງຕົ້ນຕໍໃນການຈັດກອງປະຊຸມສໍາມະນາໃນມື້ນີ້ ແມ່ນເພື່ອແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເວົ້າລວມ, ເວົ້າສະເພາະແມ່ນຄວາມຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ເພາະວຽກງານແກ້ໄຂຂໍ້ຂັດແຍ່ງສາກົນ ແມ່ນວຽກງານໜຶ່ງທີ່ຄໍ້າປະກັນໃຫ້ແກ່ການດໍາເນີນທຸລະກິດ ຂອງບັນດາພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ, ຮັບປະກັນໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຂຶ້ນຈາກການດໍາເນີນທຸລະກິດຈາກນັກລົງທຶນ ຂອງບັນດາປະເທດໃນພາກພຶ້ນ ແລະ ສາກົນ.

ນອກນັ້ນ, ໃນກອງປະຊຸມກໍຈະໄດ້ຮັບຟັງການສະເໜີກ່ຽວກັບ ການຈັດຕັ້ງປະຕິບັດຄໍາຕັດສີນທາງແພ່ງ ແລະ ຄໍາຕັດສີນຂອງກໍາມະການ ສະເໜີໂດຍ ທ່ານ ສາດສະດາຈານ ດົງກີລີ ຈາກວິທະຍາໄລ ກົກມິນ ສ ເກົາຫຼີ; ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະເໜີໂດຍ ທ່ານ ສິນທະວົງ ພິມຈັນທະພອນ ຫົວໜ້າພະແນກຕິດຕາມການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການຈັດຕັ້ງປະຕິບັດຄໍາຕັດສີນຄະດີແພ່ງ ແລະ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມຄໍາຊີ້ຂາດຂອງສານປະຊາຊົນ ສະເໜີໂດຍ ຜູ້ຕາງໜ້າຈາກຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານນະຄອນຫຼວງວຽງຈັນ; ລະບຽບການຕັດສີນຂອງສູນຕັດສີນ ເກົາຫຼີ (KCAB) ສະເໜີໂດຍ ທ່ານ ນ. ຈຸນເລຍ ກິມ ຊ່ຽວຊານກົດໝາຍຂອງ (KCAB). ຫຼັງຈາກໄດ້ຮັບຟັງບົດສະເໜີຕ່າງໆແລ້ວຜູ້ເຂົ້າຮ່ວມກອງປະຊຸມກໍມີຄຳເຫັນແລກປ່ຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາດ້ວຍບັນຍາກາດອັນຟົດຟື້ນ.

ຈາກນັ້ນ, ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມ ກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງຍາດແຍ່ງເອົາບົດຮຽນ ແລະ ປະສົບປະການຈາກຜູ້ຊ່ຽວຊານ ສ ເກົາຫຼີ ທີ່ເຫັນວ່າ ຂັ້ນຕອນ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແລະ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີອັນໃດແດ່ທີ່ເປັນບົດຮຽນ ແລະ ອັນໃດທີ່ຄວນເອົາໃຈໃສ່ ໃນເວລາດຳເນີນການຈັດຕັ້ງປະຕິບັດຕົວຈິງ. ພ້ອມກັນນີ້, ກໍໃຫ້ສົມທຽບໃສ່ການຈັດຕັ້ງປະຕິບັດຕົວຈິງຢູ່ ສປປ ລາວ ທຽບໃສ່ບົດຮຽນຂອງເກົາຫຼີມີອັນໃດທີ່ແຕກຕ່າງ ແລະ ຄວນປັບປຸງ, ຖອດຖອນບົດຮຽນຄືແນວໃດແດ່?.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ