ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ການປົກຄອງທີ່ດີ ແລະ ການຄຸ້ມຄອງສັງຄົມດ້ວຍກົດໝາຍຢູ່ ສປປ ລາວ

ໃນລະຫວ່າງວັນທີ 17-18 ທັນວາ 2019 ກົມຮ່ວມມືສາກົນ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຄັ້ງທີ 3 ວ່າດ້ວຍ ການປົກຄອງທີ່ດີ ແລະ ການຄຸ້ມຄອງສັງຄົມດ້ວຍກົດໝາຍຢູ່ ສປປ ລາວ ຂຶ້ນທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ລິວໂອ ຟາບເບີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ບາລາຊູບຣາມານຽມ ມົວລາລີ ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ມີບັນດາທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງສາກົນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈຳນວນ 200 ທ່ານ, ຍິງ 80 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນ ບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຄວາມຄືບໜ້າກ່ຽວກັບວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ ທັງເປັນເວທີສົນທະນາ ແລກປ່ຽນບົດຮຽນປະສົບການລະຫວ່າງ ບັນດາຊ່ຽວຊານທາງດ້ານກົດໝາຍທັງພາຍໃນ ແລະ ຕ່າງປະເທດ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາຫຼັກການພື້ນຖານຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ນອກນັ້ນ, ກໍເປັນການສະໜອງຂໍ້ມູນໃຫ້ແກ່ການຈັດຕັ້ງພາກລັດ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນຳສະເໜີຂອງບັນດາຊ່ຽວຊານທາງດ້ານກົດໝາຍທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ ການປົກຄອງທີ່ດີ ແລະ ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍສະເພາະການຈັດຕັ້ງປະຕິບັດ ແລະ ບົດຮຽນທີ່ກ່ຽວຂ້ອງໃນປະເທດຂອງຕົນ ໃນການສົ່ງເສີມການຈັດຕັ້ງປະຕິບັດກົດໝາຍ, ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍໃຫ້ແທດເໝາະກັບສະພາບຈຸດພິເສດ ແລະ ຮີດຄອງປະເພນີຂອງແຕ່ລະປະເທດທີ່ມີການຮ່ວມມືແບບເພິ່ງພາອາໄສຊຶ່ງກັນ ແລະ ກັນ ໃນປະຊາຄົມໂລກ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມດຽວກັນນັ້ນໃນທີ່ປະຊຸມກໍໄດ້ມີການສົນທະນາແລກປ່ຽນບົດຮຽນ ແລະ ປຶກສາຫາລືບັນຫາຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດ, ປະສິດທິພາບ, ປະສິດທິຜົນ ແລະ ການຫັນເອົາບັນດາກົດໝາຍໃຫ້ເປັນສາກົນ ແລະ ສາມາດຈັດຕັ້ງປະຕິບັດໄດ້ທົ່ວສັງຄົມ.
ໃນຕອຍທ້າຍຂອງກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ຊຶ່ງເປັນກອງປະຊຸມແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການ ແລະ ແລກປ່ຽນຄຳເຫັນຊຶ່ງກັນ ແລະ ກັນ ເພື່ອປັບປຸງບູລະນະລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ແນໃສ່ເພີ່ມທະວີຄວາມສັກສິດ ແຫ່ງການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງ ສປປ ລາວ ແຕ່ປີ 2021 - 2025.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ