ກອງປະຊຸມສະຫຼຸບຜົນສຳເລັດຂອງການຮ່ວມມື ໄລຍະປີ 2014-2018 ລະຫວ່າງກະຊວງຍຸຕິທໍາ ແລະ ມູນນິທິເອເຊຍ ແລະ ປຶກສາຫາລືແຜນການຮ່ວມມື ໄລຍະປີ 2019-2023

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2019 ຜ່ານມາ ຢູ່ທີ່ໂຮງແຮມຄຣາວພລາຊາ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນາງ ໂຊຟາຢາ ຫົວໜ້າແຜນງານຄຸ້ມຄອງລັດດ້ວຍກົດໝາຍ ມູນນິທິເອເຊຍ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງຍຸຕິທຳ, ທ່ານ ຮອງເຈົ້າແຂວງຜູ້ຊີ້ນຳວຽກງານຂົງເຂດກົດໝາຍ ແລະ ຍຸຕິທຳ, ຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າພະແນກການຕ່າງປະເທດ 11 ແຂວງເປົ້າໝາຍ ແລະ ມູນນິທິເອເຊຍ ເຂົ້າຮ່ວມທັງໝົດຈຳນວນ 100 ທ່ານ, ຍິງ 21 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືລະຫວ່າງຂະແໜງຍຸຕິທຳ ແລະ ມູນນິທິເອເຊຍ ໃນໄລຍະປີ 2014-2018 ຊຶ່ງໃນໄລຍະຜ່ານມາມູນນິທິເອເຊຍໄດ້ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອ ຂະແໜງຍຸຕິທໍາໃນຫຼາຍດ້ານເປັນຕົ້ນ ການຄົ້ນຄວ້າຄວາມອາດສາມາດໃນການຫັນເອົາລະບຽບການຕ່າງໆກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານມາເປັນກົດໝາຍ, ລວມທັງການສ້າງຄູ່ມື, ພິມ ແລະ ໂຄສະນາເຜີຍແຜ່ກົດໝາຍ; ຄົ້ນຄວ້າ ແລະ ສ້າງນິຕິກຳກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວໃນການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ ແລະ ສ້າງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍປະຈຳຢູ່ແຂວງ ແລະ ເມືອງຈຳນວນໜຶ່ງ; ສ້າງຄູ່ມືຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ ລວມທັງຜະລິດຕະພັນສື່ຕ່າງໆ ເພື່ອຮັບໃຊ້ການຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາທະນາຍຄວາມ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການຮ່ວມມືໃນໄລຍະ 2019-2023 ກ່ຽວກັບໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໃນ ສປປ ລາວອີກດ້ວຍ.

ຂຽນຂ່າວໂດຍ ສີປະໄພ ເພັດປະທຸມມາ; ຖ່າຍພາບໂດຍ: ສຸກສາຄອນ ຈັນທະວຸດ