ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ທິດທາງໜ້າທີ່່ປະຈໍາປີ 2024 ຂອງກະຊວງຍຸຕິທຳ

ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ທິດທາງໜ້າທີ່່ປະຈໍາປີ 2024 ຂອງກະຊວງຍຸຕິທຳ.

 

         ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ທິດທາງໜ້າທີ່ໃນປີ 2024ຂຶ້ນ ໃນວັນທີ 26 ມີນາ 2024, ທີ່ຫ້ອງປະຊຸມ ກະຊວງຍຸຕິທຳ ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ບຸນທາ ຊົງເຢີທ່າວ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ສະຫາຍ ຄຳເສີດ ວິລະພັນ ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ບັນດາກຳມະການຄະນະ ພັກກະຊວງ, ຄະນະພັກຮາກຖານ, ພ້ອມດ້ວຍສະມາຊິກພັກຂັ້ນພະແນກ ເຂົ້າຮ່ວມ.

         ໃນພິທີ ສະຫາຍ ຄຳເສີດ ວິລະພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກ ປະຈຳປີ 2023 ແລະ ທິດທາງໜ້າທີ່ໃນປີ 2024 ຂອງກະຊວງຍຸຕິທໍາ, ພ້ອມກັນນັ້ນກໍໄດ້ເຜີຍແຜ່ເນື້ອໃນສໍາຄັນຂອງບົດສະຫຼຸບ ແລະ ທິດທາງແຜນ ການທີ່ພົ້ນເດັ່ນ, ຈຸດອ່ອນຂໍ້ບົກຜ່ອງ, ບັນດາສາເຫດ, ບາງບົດຮຽນທີ່ຖອດຖອນໄດ້ ໃນ 1 ປີ ຜ່ານມາ ແລະ ທິດທາງຕໍ່ໜ້າທີ່ພົວພັນເຖິງຄວາມຮັບຜິດຊອບຂອງອົງຄະ ນະພັກ, ຄະນະຈັດຕັ້ງທຸກຂັ້ນ ແລະ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາເລກ ທີ 209/ກຍ, ລົງວັນທີ 23 ກຸມພາ 2024 ວ່າດ້ວຍການຄຸ້ມຄອງພະນັກງານ-ລັດຖະກອນ ໄປເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການແລກປ່ຽນ ປະກອບຄຳຄິດເຫັນຕໍ່ກັບບົດສະຫຼຸບດັ່ງກ່າວ ເຮັດໃຫ້ບົດສະຫຼຸບມີເນື້ອໃນທີ່ຄົບຖ້ວນຫຼາຍກວ່າເກົ່າ. ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໃຫ້ກຽດ ເຜີຍແຜ່ບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ຄໍາແນະນໍາຂອງ ຄະນະຈັດຕັ້ງສູນກາງພັກ ເລກທີ13/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 14/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ.

        ຕອນທ້າຍພິທີ ປະທານໄດ້ມີຄຳເຫັນ ແລະ ເນັ້ນໜັກໃຫ້ກົມຈັດຕັ້ງ ແລະ ພະນັກງານ 1). ສ້າງນິຕິກໍາລົງສູ່ຮາກຖານ ເພື່ອຕິດພັນກັບການຕີລາຄາ, 2). ໃຫ້ບັນດາໜ່ວຍພັກມີແຜນການລະອຽດຈະແຈ້ງ ປະຈໍາເດືອນ, ປະຈໍາປີ ບົນພື້ນຖານຜັນຂະຫຍາຍມະຕິກອງປະຊຸມໃຫຍ່ແຜນການກໍ່ສ້າງພັກຂອງຕົນ, 3). ຄົ້ນຄວ້າພະຍາຍາມປະຕິບັດນະໂຍບາຍ ໃຫ້ນໍາພາແນວຄິດຮ່ວມກັນ ເຂົ້າໃຈຕໍ່ກັບສະພາບປະຈຸບັນ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ