ກອງປະຊຸມສະຫຼຸບການນໍາພາຂອງຄະນະບໍລິຫານງານພັກປະຈໍາໄຕມາດ lV ປີ 2018 ແລະ ທິດທາງແຜນການປະຈໍາໄຕມາດ I ປີ 2019

    ໃນຕອນເຊົ້າຂອງວັນທີ 4 ມັງກອນ 2019 ຢູ່ຫ້ອງປະຊຸມຊັ້ນສອງ ຂອງກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄະນະບໍລິຫານງານພັກປະຈໍາໄຕມາດ lV ປີ 2018 ແລະ ທິດທາງແຜນການປະຈໍາໄຕມາດ I ປີ 2019ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາເລຂາໜ່ວຍພັກ, ຄະນະພັກພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
    ໃນກອງປະຊຸມ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ຜ່ານ (ຮ່າງ) ບົດສະຫຼຸບປະຈໍາໄຕມາດ IV ປີ 2018 ແລະ ທິດທາງແຜນການປະຈໍາໄຕມາດ I ປີ 2019 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຄັ້ງທີ 11 ໃນໄລຍະ 3 ເດືອນຜ່ານມາ ເປັນໄຕມາດສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2018, ໃນໄລຍະໜຶ່ງປີມີຫຼາຍເຫດການທີ່ສໍາຄັນທາງປະຫວັດສາດ ເຊັ່ນ: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ, ການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ. ສະນັ້ນ, ສູນກາງພັກ, ສາພາແຫ່ງຊາດ ແລະ ລັດຖະບານ ໄດ້ຕາງໜ້າຊີ້ນໍາບັນດາຂະແໜງການ-ອົງການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ໃຫ້ສໍາເລັດຕາມແຜນການ. ສູນກາງພັກໄດ້ດໍາເນີນກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ X, ພິຈາລະນາຮັບຮອງເອົາມະຕິວ່າດ້ວຍ ການປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ, ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານກໍາມະການສູນກາງພັກ; ຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ 5 ແລະ 6 ຂອງສູນກາງພັກ ຕາມຂອບເຂດຂອງແຕ່ຄະແໜງການ, ແນະນໍາອົງຄະນະພັກຂັ້ນຕ່າງໆ ກະກຽມດໍາເນີນຊີວິດການເມືອງ ເພື່ອຮັບໃຊ້ດໍາເນີນກອງກະຊຸມໃຫຍ່ 3 ຂັ້ນ. ສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຊຶ່ງໄດ້ພິຈາລະນາຕົກລົງບັນຫາສໍາຄັນຂອງຊາດ ເຊັ່ນ: ຮັບຮອງເອົາການສະເໜີຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ 4 ທ່ານ, ຮັບຮອງຊົນເຜົ່າບຣູ, ຮັບຮອງກົດໝາຍຈໍານວນ 8 ສະບັບ ແລະ ແຜນການສ້າງ, ປັບປຸງກົດໝາຍ ປີ 2019, ບັນຫາສໍາຄັນອື່ນໆຈໍານວນໜຶ່ງ, ກະຊວງຍຸຕິທໍາ ກໍໄດ້ຕັ້ງໜ້າສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍປະຕິບັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີຂອງລັດຖະບານຢ່າງຕັ້ງໜ້າ; ຊີ້ນໍາບັນດາໜ່ວຍພັັກດໍາເນີນການກວດກາຕີລາຄາຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ດໍາເນີນການປະເມີນຜົນ ການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ແລະ ວຽກງານຈຸດສຸມໃນໄຕມາດ IV ຕາມພາລະບົດບາດຂອງບັນດາກົມ.

ຂ່າວ-ພາບ: ຂົນ ບຸນທິສານ